ພຸດດາວີ ພິສູດໃຫ້ເຫັນແລ້ວວ່າເປັນຫົວໃຈສໍາຄັນຂອງ ແຊັມເກົ່າ ຫຼັງຍິງປະຕູສຸດລໍ້າຄ່າໃຫ້ກັບທີມ

134

ພຸດດາວີ ພົມມະສານ ພິສູດໃຫ້ເຫັນແລ້ວວ່າ: ຍັງເປັນຫົວໃຈສໍາຄັນໃນແດນກາງຂອງ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ ຫຼັງຈາກທີ່ຍ້າຍມາຫຼິ້ນໃຫ້ທີມດັ່ງກ່າວນັບຕັ້ງແຕ່ປີ 2016 ກໍສາມາດຢຶດຕົວຈິງກັບທີມໄດ້ຕະຫຼອດ ຫຼ້າສຸດໃນທ້າຍອາທິດທີ່ຜ່ານມາ ລາວກາຍເປັນພະເອກຍິງປະຕູໄຊໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ພິກຊະນະ ຊ້າງນ້ອຍ ເອັຟຊີ 2-1 ແຊງຂຶ້ນຢຶດທີມນໍາຕາຕະລາງຄະແນນລວມ ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ອາທິດທີ 2.

ການແຂ່ງຂັນບານເຕະ ເປບຊີ ລາວລີິກ 2 ເມື່ອທ້າຍອາທິດ ທີ່ຜ່ານມາ ມີການແຂ່ງຂັນ 3 ຄູ່ປະກົດຮູ້ຜົນເສຍຊະນະພຽງ 1 ຄູ່, ສ່ວນອີກ 2 ຄູ່ແມ່ນສະເໝີກັນ ເຊິ່ງຄູ່ທີ່ຮູ້ຜົນເສຍຊະນະນັ້ນ ມີປະຕູງົດງາມທີ່ສຸດເກີດຂຶ້ນໃນນັດລະຫວ່າງ ລາວໂຢຕ້າ ເອັຟຊີ ໃນຖ້ານະທີມເຈົ້າບ້ານເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ.

ນັດດັ່ງກ່າວໃນໄລຍະທໍາອິດເປັນ ຊ້າງນ້ອຍ ເອັຟຊີ ທີ່ເປີດເກມບຸກ ແລະ ຄຸມເກມໄດ້ເໜືອກວ່າ ກ່ອນທີ່ TAKUMU ຈະມາຍິງປະຕູໃຫ້ກັບ ຊ້າງນ້ອຍ ເອັຟຊີ ຂຶ້ນນໍາ 1-0 ໃນນາທີ 26 ກ່ອນທີ່ ລາວໂຕໂຢຕ້າ ເອັຟຊີ ຈະມາໄດ້ປະຕູຕີສະເໝີເປັນ 1-1 ຈາກການຍິງຈຸດໂທດຂອງ LAERCIO GOMES COSTA ນາທີໆ 31 ກ່ອນຈົບເຄິ່ງເວລາທໍາອິດສະເໝີກັນ 1-1.

ສ່ວນເຄິ່ງເວລາທີ 2 ຊ້າງນ້ອຍ ເອັຟຊ ເຮັດໄດ້ດີກວ່າ ສາມາດເປີດເກມບຸກ ແລະ ໄດ້ລຸ້ນປະຕູຫຼາຍຄັ້ງ ກ່ອນທີ່ມາເຖິງນາທີໆ 63 ລາວໂຕໂຢຕ້າ ຕັດບານໄດ້ໃນແດນຕົວເອງ ກ່ອນທີ່ ພຸດດາວີ ຈະລາກບານກາຍຈຸດເຂ່ຍບານໜ້ອຍດຽວ ກ່ອນຈະຕັດສິນໃຈຍິງໄກ ບານພຸ່ງຂ້າມຜູ້ຮັກສາປະຕູເຂົ້າໄປຢ່າງສວຍງາມ ແລະ ກາຍເປັນປະຕູໄຊໃຫ້ ແຊັມເກົ່າ ເອົາຊະນະໄປ 2-1

ຈາກຜົນດັ່ງກ່າວເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ເກັບເພີ່ມເປັນ 4 ຄະແນນເທົ່າກັບ ປກສ ເອັຟຊີ ແຕ່ລາວໂຕໂຢຕ້າ ເອັຟຊີ ມີປະຕູໄດ້ເສຍດີກວ່າຢຶດທີມນໍາຕາຕະລາງຄະແນນລວມ, ສ່ວນ ຊ້າງນ້ອຍ ເອັຟຊີ ມີ 1 ຄະແນນເທົ່າກັບ ມາສເຕີ 7, ວຽງຈັນ ເອັຟທີ ແລະ ວຽງຈັນ ເອັຟຊີ ຫຼັງຜ່ານການແຂ່ງຂັນອາທິດທີ 2.

ພຸດດາວີ ໃຫ້ສໍາພາດກ່ຽວກັບນັດດັ່ງກ່າວວ່າ: ປະຕູດັ່ງກ່າວ ເປັນປະຕູທີ່ປະທັບໃຈທີ່ສຸດຂອງຂ້ອຍ ເພາະສາມາດຍິງໄດ້ຈາກເຄິ່ງສະໜາມ ໂດຍສ່ວນໃຫຍ່ແລ້ວແມ່ນເຄີຍຍິງໄດ້ໃນໄລຍະໄກສຸດແມ່ນນອກເສັ້ນ 18 ໂດຍຕ້ອງຂອບໃຈແຟນບານອີກຄັ້ງທີ່ມາເຊຍພວກເຮົາ ແລະ ມີສ່ວນສໍາຄັນທີ່ເຮັດໃຫ້ພວກເຮົາຊະນະໃນນັດນີ້ໄດ້.

ສໍາລັບ ພຸດດາວີ ເກີດວັນທີ 2 ກຸມພາ 1994 ທີ່ເມືອງສາມັກຄີໄຊ ແຂວງອັດຕະປື ເລີ່ມຫຼິ້ນກີລາບານເຕະມາຕັ້ງແຕ່ຕອນອາຍຸ 14 ປີ ແລະ ຕິດທີມຊາດລາວ ຢູ 14 ໃນປີ 2009, ສະໂມສອນທໍາອິດເປັນສະໂມສອນ ລາວລ້ານຊ້າງ ລຸຍລາວລີກ 2011-2012 ກ່ອນຈະຍ້າຍໄປຫຼິ້ນກັບ ຮ່ວງແອງ ອັດຕະປື ແລະ ກາຍເປັນທີ່ຮູ້ຈັກຂອງຫຼາຍໆຄົນ ຫຼັງພາທີມຄວ້າຮອງແຊັມ ລາວພຣີເມຍລີກ 2013, ຄວ້າແຊັມລາວພຣີເມຍລີກ 2014 ແລະ ຄວ້າອັນດັບ 5 ໃນລາວພຣີເມຍລີກ 2015 ຈົນກະທັ້ງມາເຖິງປີ 2016 ຍ້າຍມາຫຼິິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ພາທີມຄວ້າຮອງແຊັມ ລາວພຣີເມຍລີກ ໃນລະດູການທໍາອິດ ກ່ອນທີ່ປີ 2017, 2018 ແລະ 2019 ຈະພາ ລາວໂຕໂຢຕ້າ ເອັຟຊີ ກວາດແຊ້ມລີກສູງສຸດຂອງ ສປປ ລາວ 3 ສະໄໝຕິດຕໍ່ກັນ.

ສ່ວນໃນນາມທີມຊາດ ພຸດດາວີ ເຄີຍຕິດທີມຊາດລາວ ລຸ້ນອາຍຸບໍ່ເກີນ 14, 15, 16, ຊຸດຊີເກມ 2013 ແລະ ຊຸດໃຫຍ່ອີກດ້ວຍ.

ຂອບໃຈຮູບຈາກ: Lao Premier League ແລະ Phoutdavy Phommasane