100 ມື້ຖ້ວນ ສປປ ລາວ ປອດເຊື້ອໂຄວິດ-19 ແຕ່ຮຽກຮ້ອງທຸກຄົນເຄັ່ງຄັດຮັກສາໄລຍະຫ່າງທາງສັງຄົມ

65

ເປັນເວລາ 100 ມື້ຖ້ວນ ຫຼື 3​ເດືອນກວ່າແລ້ວ ທີ່ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19ເພີ່ມ, ຫຼ້າສຸດ ໃນວັນທີ 20 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 615 ຄົນ ຜົນກວດລ້ວນເປັນລົບ, ຂະນະດຽວກັນກໍ່ຍັງມີຜູ້ເດີນທາງເຂົ້າລາວຢ່າງຕໍ່ເນື່ອງຜ່ານຈຸດຜ່ານແດນຕ່າງໆ ເຊິ່ງທຸກຄົນແມ່ນຕ້ອງໄດ້ຜ່ານການກວດແທກອຸນຫະພູມ ພ້ອມຈໍາກັດບໍລິເວນໃຫ້ຄົບ 14 ວັນ.

ໃນວັນທີ 21 ກໍລະກົດ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 20 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.791 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ກ່າວຕື່ມວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 20 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 615 ຄົນ, ໃນນັ້ນ: ແຮງງານລາວມາແຕ່ໄທ 165 ຄົນ, ແຮງງານລາວກັບມາແຕ່ຈີນ 38 ຄົນ, ແຮງງານຈີນ 234 ຄົນ, ແຮງງານ ຫວຽດນາມ 05 ຄົນ ແລະ ກໍລະນີສົງໄສ 173 ຄົນ; ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 20 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນຮອດ ວັນທີ 20 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 23.786 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (100 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.833 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ອີກວ່າ: ບັນດາ ຮ້ານກິນດື່ມ ແລະ ຮ້ານບັນເທິງບາງຮ້ານ ແມ່ນມີປະຊາຊົນເຂົ້າມາໃຊ້ບໍລິການເປັນຈຳນວນຫຼາຍ ໂດຍບໍ່ໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດເທົ່າທີ່ຄວນ ເປັນຕົ້ນ ແມ່ນການປະຕິບັດຮັກສາໄລຍະຫ່າງໃນສັງຄົມ 1-2 ແມັດຂຶ້ນໄປ, ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ການຮັກສາມາລະຍາດການໄອ-ຈາມ, ການໃສ່ຜ້າປິດປາກ-ດັງ ເມື່ອມີຄວາມຈຳເປັນ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າພາກັນເອົາໃຈໃສ່ ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່ໃນປະເທດເຮົາ.