ຍອດການສົ່ງອອກເດືອນມິຖຸນາດີຂຶ້ນ ບັນລຸ 337 ລ້ານໂດລາ ແຕ່ຍັງຂາດດຸນກວ່າ 82 ລ້ານ

212

ສູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເຜີຍມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມິຖຸນາ 2020 ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 337 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 82 ລ້ານໂດລາ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມຂໍ້ມູນຈາກສູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນ ປະມານ 337 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 45 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງມີມູນຄ່າ ປະມານ 24 ລ້ານໂດລາ, ໝາກກ້ວຍ ມູນຄ່າປະມານ 17 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ມູນຄ່າປະມານ 20 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 9 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ… ) ມີມູນຄ່າປະມານ 16 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມີມູນຄ່າປະມານ 28 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 11 ລ້ານໂດລາ ແລະ ກາເຟ ມີມູນຄ່າປະມານ 9 ລ້ານໂດລາ.

ພາບປະກອບຂ່າວເທົ່ານັ້ນ

ສິນຄ້ານໍາເຂົ້າຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 419 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 13 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 26 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ມີມູນຄ່າປະມານ 47 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ… ) ມີມູນຄ່າປະມານ 26 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) ມີມູນຄ່າປະມານ 9 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ມີມູນຄ່າປະມານ 10 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກມີມູນຄ່າປະມານ 15 ລ້ານໂດລາ, ຝຸ່ນ ( ປຸ໋ຍ ) ມີມູນຄ່າປະມານ 10 ລ້ານໂດລາ.

ພາບປະກອບຂ່າວເທົ່ານັ້ນ

ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີຈີນ 107 ລ້ານໂດລາ, ຫວຽດນາມ 103 ລ້ານໂດລາ, ໄທ 65 ລ້ານໂດລາ, ອິນເດຍ 13 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.

ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີໄທ 242 ລ້ານໂດລາ, ຈີນ 92 ລ້ານໂດລາ, ຫວຽດນາມ 50 ລ້ານໂດລາ, ຍີ່ປຸ່ນ 9 ລ້ານໂດລາ ແລະ ສ.ອາເມຣິກາ 4 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມິຖຸນາ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

[ ຂໍ້ມູນ: ສູນຂ່າວສານທາງການຄ້າ , ກະຊວງ ອຄ ]
IMG_7457-1