ເປີດການນຳໃຊ້ລະບົບການສື່ສານຈີແຊັດ

106

ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ຮ່ວມກັບ ບໍລິສັດ ອາໂຫຼ ເຕັກໂນໂລຊີ ຈຳກັດ ໄດ້ເປີດນຳໃຊ້ລະບົບການສື່ສານຂອງພາກລັດ ( ຈີແຊັດ ຫຼື G-Chat ) ສາມາດຮັບ – ສົ່ງຮູບພາບ, ວິດີໂອ, ການໂທດ້ວຍສຽງ – ພາບໄດ້ພ້ອມກັນ ແລະ ຈອງການປະຊຸມລ່ວງໜ້າແບບເປັນກຸ່ມໄດ້ ໂດຍບໍ່ຈຳກັດຜູ້ເຂົ້າຮ່ວມ.

ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ປທສ ກ່າວວ່າ: ກະຊວງ ປທສ ໄດ້ສ້າງແຜນຮ່ວມມືກັບ ບໍລິສັດ ອາໂຫຼ ເຕັກໂນໂລຊີ ຈຳກັດ ພັດທະນາລະບົບການສື່ສານຂອງພາກລັດ G – Chat ເປັນລະບົບຕິດຕໍ່ສື່ສານແບບອອນລາຍສຳລັບພະນັກງານລັດດ້ວຍກັນ, ຮອງຮັບການໃຊ້ງານໃນໂທລະສັບມືຖືລະບົບປະຕິບັດການ IOS, Android, Windows ແລະ Macs OSx ໂດຍຜ່ານເວັບ ບຣາວເຊີ ( Web Browser ). ຄວາມສາມາດຂອງ G – Chat ປະກອບມີດັ່ງນີ້: ສາມາດບໍລິຫານຈັດການຂໍ້ມູນສ່ວນຕົວໄດ້ ແລະ ສາມາດເລືອກນຳໃຊ້ໄດ້ທັງພາສາລາວ – ພາສາອັງກິດ; ມີລະບົບ Cloud ທີ່ໝັ້ນຄົງ ແລະ ມີປະສິດທິພາບທີ່ດີ; ຂໍ້ຄວາມຖືກເຂົ້າລະຫັດເພື່ອຮັບປະກັນຄວາມປອດໄພ.

ມີການເກັບຮັກສາຂໍ້ມູນແບບຍືນຍົງ ແລະ ຖາວອນ; ມີການເຝົ້າລະວັງ ແລະ ຕິດຕາມການຖືກໂຈມຕີຈາກພາຍນອກ; ລະບົບ G – Chat ສາມາດນຳໃຊ້ໄດ້ທັງທາງຄອມພິວເຕີ ( Brownser ) ແລະ ມືຖືລະບົບ Andriod ແລະ iOS; ສາມາດສ້າງກຸ່ມສົນທະນາ ໂດຍສາມາດກຳນົດເອົາຜູ້ໃຊ້ງານທີ່ຢູ່ຕ່າງພະແນກ ຫຼື ຕ່າງກົມທີ່ຢູ່ພາຍໃນກະຊວງດຽວກັນເຂົ້າມາເປັນສະມາຊິກໃນກຸ່ມໄດ້ ໂດຍບໍ່ໄດ້ກຳນົດຈຳນວນສະມາຊິກ; ຜູ້ໃຊ້ສາມາດນຳບັນຊີລາຍຊື່ຂອງຕົນໄປໃຊ້ໃນເຄື່ອງໃໝ່ ໂດຍຂໍ້ຄວາມທີ່ສົນທະນາໄວ້ໃນເຄື່ອງເກົ່ານັ້ນຈະບໍ່ຖືກລຶບໄປ; ສາມາດປະຊຸມຜ່ານ Video Call ແລະ ສາມາດນັດຈອງປະຊຸມແບບເປັນກຸ່ມລ່ວງໜ້າໄດ້; ໃຊ້ງານໄດ້ທຸກອຸປະກອນສື່ສານ ແລະ ຄອມພິວເຕີໄດ້ທຸກສະຖານທີ່.

 

ສຳລັບແຜນການໃນຕໍ່ໜ້າຂອງກະຊວງ ປທສ ຈະຂະຫຍາຍການນຳໃຊ້ລະບົບການສື່ສານຂອງພາກລັດ G – Chat ໄປຫາບັນດາພະແນກການຂອງຂະແໜງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທັງສູນກາງ ແລະ ທ້ອງຖິ່ນ ແນໃສ່ການສ້າງບັນຊີຜູ້ນຳໃຊ້ໃຫ້ແກ່ບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ພ້ອມທັງກຽມ ຄວາມພ້ອມຂອງການຂະຫຍາຍ ແລະ ຊຸກຍູ້ໃຫ້ມີການຊົມໃຊ້ລະບົບດັ່ງກ່າວໃຫ້ແຜ່ຫຼາຍໃນຕໍ່ໜ້າ.
ພິທີດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານ ທະວີສັກ ມະໂນທັມ, ທ່ານ ທະນູສອນ ພົນອາມາດ ປະທານ ບໍລິສັດ ອາໂຫຼ ເຕັກໂນໂລຊີ ຈຳກັດ, ມີຄະນະຜູ້ບໍລິຫານຈາກກົມ/ທຽບເທົ່າ, ບັນດາກະຊວງ, ຫ້ອງການລັດ, ບໍລິສັດໂທລະຄົມ ແລະ ສະຖາບັນການສຶກສາຕ່າງໆເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ເລັກເຊຍ ]