ສຳເລັດການຫຼໍ່ຮູບເໝືອນ ພະເຈົ້າໄຊຍະ ເຊດຖາທິຣາດ ກຽມເຮັດພິທີທາງສາສະໜາ ກ່ອນແຫ່ລົງອັດຕະປື

93

ໂຄງການຫຼໍ່ຮູບເໝືອນພະເຈົ້າໄຊຍະ ເຊດຖາທິຣາດ ທີ່ຫຼໍ່ດ້ວຍທອງເຫຼືອງສົດ 18 ໂຕນ ມູນຄ່າ 39 ຕື້ກີບ (ລວມທັງສວນອານຸສາວະລີ) ແມ່ນສຳເລັດແລ້ວ 100% ທາງຄະນະກຽມສະເຫຼີມສະຫຼອງພິທີທາງສາສະໜາ ກ່ອນແຫ່ລົງໄປປະດິດສະຖານ ທີ່ອັດຕະປື.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື, ຜູ້ຮັບຜິດຊອບໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະ ເຊດຖາທິຣາດ ໄດ້ໃຫ້ຖະແຫຼງທີ່ຫໍທຳມະສະພາໃນວັນທີ 17 ກໍລະກົດ 2020 ວ່າ: ໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະ ເຊດຖາທິຣາດ ຢູ່ແຂວງອັດຕະປື ເປັນໂຄງການລະດັບຊາດ ທີ່ໄດ້ລິເລີ່ມມາແຕ່ປີ 2014 ໄດ້ຮັບການແຕ່ງຕັ້ງຄະນະກຳມະການຊີ້ນຳຈາກນາຍົກລັດຖະມົນຕີ, ຜ່ານມາຄະນະກໍ່ໄດ້ມີການຄົ້ນຄວ້າເນື້ອໃນ, ຮູບແບບ, ການຄິດໄລ່ອອກແບບຕ່າງໆ ແລະ ມາຮອດປັດຈຸບັນການກໍ່ສ້າງພື້ນທີ່ສວນອານຸສາວະລີແມ່ນສຳເລັດຂັ້ນພື້ນຖານແລ້ວເປັນຕົ້ນແມ່ນການສ້າງແທ່ນຕັ້ງອານຸສາວະລີ, ອານຸສາວະລີ ພະເຈົ້າໄຊຍະ ເຊດຖາທິຣາດ ແມ່ນໄດ້ເທຫຼໍ່ດ້ວຍທອງເຫຼືອງບໍລິສຸດມີນໍ້າໜັກ 18 ໂຕນ ຮູບຊົງອົງແມ່ນປະທັບ ຫຼື ຂີ່ຊ້າງປະທານພອນ ເຊິ່ງປັດຈຸບັນແມ່ນຫຼໍ່ແລ້ວສຳເລັດ 100% ແລະ ກຳລັງກະກຽມເຄື່ອນຍ້າຍຮູບຫຼໍ່ດັ່ງກ່າວນີ້ລົງໄປແຂວງອັດຕະປື ລວມມູນຄ່າໂຄງການທັງໝົດ 39 ຕື້ກີບ.

ຈຸດປະສົງການສ້າງອານຸສາວະລີພະເຈົ້າໄຊຍະ ເຊດຖາທິຣາດຢູ່ແຂວງອັດຕະປືນັ້ນ ກໍ່ເນື່ອງຈາກເມື່ອກ່ອນພະອົງໄດ້ລົງໄປເຄື່ອນໄຫວປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ທີ່ເອີ້ນວ່າ: ເຂດອານາຈັກລ້ານຊ້າງຕອນໃຕ້ ເຊິ່ງເພິ່ນໄດ້ໄປອັດຕະປື 2 ຄັ້ງ ໂດຍຄັ້ງທຳອິດ ນັບແຕ່ປີ 1564-1565 ແລະ ຄັ້ງທີ 2 ທີ່ເປັນວາລະສຸດທ້າຍຂອງເພິ່ນແມ່ນໃນປີ 1572 ແລະ ເພິ່ນກໍ່ໄດ້ໄປສິ້ນພະຊົນ (ເສຍຊີວິດ) ຢູ່ເມືອງອົງການ ທີ່ເປັນແຂວງອັດຕະປືໃນປັດຈຸບັນ.

ເພື່ອເປັນການຈາລຶກຄຸນງາມຄວາມດີ, ເປັນບ່ອນສຶກສາຄົ້ນຄວ້າວິລະກຳຂອງພະເຈົ້າໄຊຍະ ເຊດຖາທິຣາດ ທີ່ເພິ່ນໄດ້ນຳພາໃນການຕໍ່ສູ້ກູ້ຊາດໃນເວລາທີ່ມີຄວາມຫຍຸ້ງຍາກ ແລະ ໄດ້ຮັບການຮຸກຮານຈາກຈັກກະພັດ, ເພິ່ນເປັນຄົນໜຶ່ງທີ່ມີຄວາມປີຊາສາມາດໃນການກໍ່ສ້າງກຳລັງທັບ, ສິລະປະຍຸດ, ຍຸດທະວິທີໃນການກໍ່ສ້າງກຳລັງ ໂດຍສະເພາະແມ່ນສົງຄາມກອງຫຼອນ ທີ່ເປັນຜົນງານໂດດເດັ່ນ ທີ່ພະເຈົ້າໄຊຍະເສດຖາທິລາດສະແດງອອກໃນການປົກປ້ອງນະຄອນຫຼວງວຽງຈັນກໍ່ຄືປະເທດຊາດຈາກສັກດີນາໃນເວລານັ້ນ.

ສ່ວນການເຄື່ອນຍ້າຍຮູບຫຼໍ່ຂອງພະເຈົ້າໄຊຍະ ເຊດຖາທິຣາດ ລົງໄປອັດຕະປື ແມ່ນວັນທີ 21-26 ແມ່ນຈະໄດ້ຈັດພິທີສະເຫຼີມສະຫຼອງ, ຄົບງັນທີ່ຕໍ່ໜ້າຫໍທຳມະສະພາ ແລະ ເຮັດພິທີກຳທາງສາສະໜາ, ຈາກນັ້ນກໍ່ຈະແຫ່ລົງໄປວັນທີ 27 ກໍລະກົດ 2020 ຈະໄປພັກແຮມ ແລະ ຄົບງັນຢູ່ແຂວງບໍລິຄຳໄຊ; ວັນທີ 28 ກໍລະກົດ ແມ່ນເຄື່ອນລົງແຂວງຄຳມ່ວນ; ວັນທີ 29 ແມ່ນຢູ່ແຂວງສະຫວັນນະເຂດ ແລະ ວັນທີ 30 ຢູ່ແຂວງຈຳປາສັກ ແລະ ວັນທີ 31 ຈະເຄື່ອນຍ້າຍລົງໄປຮອດແຂວງອັດຕະປື ພ້ອມຕອນຄໍ່າຈະມີພິທີສູດ, ມື້ຖັດໄປຈະມີພິທີຕັກບາດ ແລະ ຍົກຮູບຫຼໍ່ຂຶ້ນໄວ້ແທ່ນ, ທັງນີ້ ຕະຫຼອດການແຫ່ລົງໄປ ຫາກບັນດາພໍ່ແມ່ປະຊາຊົນຢູ່ບັນດາແຂວງທາງຜ່ານຜູ້ມີຈິດໃຈເຫຼື້ອມໃສ ຫຼື ໃສສັດທາ ກໍ່ສາມາດປະກອບກິດຈະກຳຕ່າງໆນຳໄດ້.

ພະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ, ຫົວໜ້າຫ້ອງການບໍລິຫານງານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ໄດ້ກ່າວວ່າ: ສັດທາຄອບຄົວຂອງທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດ ສປປລາວ ແລະ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ທີ່ເປັນເຈົ້າພາບເຈົ້າສັດທາຫຼໍ່ຮູບສົມເດັດພຣະເຈົ້າໄຊຍະ ເຊດຖາທິຣາດ ມະຫາກະສັດຂອງລາວເຮົາທີ່ມີຜົນງານອັນໂດດເດັ່ນ, ເປັນບັນພະບູລຸດຜູ້ທີ່ມີຄຸນອັນໃຫຍ່ຫຼວງຕໍ່ປະເທດຊາດ, ເຊິ່ງຮູບຫຼໍ່ແມ່ນຫຼໍ່ຈາກທອງເຫຼືອງໜັກເຖິງ 18 ໂຕນ ເພື່ອຈະນຳໄປປະດິດສະຖານຢູ່ອະນຸສາວະລີ ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ປັດຈຸບັນແມ່ນຫຼໍ່ສຳເລັດແລ້ວ.

ກ່ອນຈະໄດ້ນຳໄປປະດິດສະຖານນັ້ນຈະມີພິທີສະເຫຼີມສະຫຼອງຢູ່ໜ້າຫໍທຳມະສະພາ ບ້ານທາດຫຼວງເໜືອ (ເດີ່ນພະທາດຫຼວງ) ເປີດໃຫ້ອອກຕົນຍາດໂຍມທັງຫຼາຍທີ່ມີຈິດໃຈສັດທາບັນພະບູລຸດໄດ້ມາຮ່ວມບຸນໂມທະນາປັດໄຈຕ່າງໆນຳກັນ ເລີ່ມແຕ່ 8:00 ເປັນຕົ້ນໄປ ລະຫວ່າງວັນທີ 21-25 ໃນວັນທີ 26 ກໍລະກົດ 2020 ຕອນເຊົ້າຈະມີພິທີຕັກບາດພະສົງ 39 ອົງຕາມອາຍຸ ຂອງເຈົ້າໄຊຍະ ເຊດຖາທິຣາດ.