ຝຣັ່ງ ປະກາດເພີ່ມງົບຟື້ນຟູເສດຖະກິດ 100 ຕື້ເອີໂຣ

147

ສຳນັກຂ່າວຊິນຮວາ ລາຍງານວ່າ: ລັດຖະບານຝຣັ່ງ ຈະເພີ່ມງົບປະມານ 100 ຕື້ເອີໂຣ ເພື່ອຟື້ນຟູເສດຖະກິດຂອງປະເທດ. ພ້ອມກັນນັ້ນ, ຍັງໃຊ້ມາດຕະການປ້ອງກັນ ເພື່ອຮັບມືກັບສະຖານະການການລະບາດຂອງພະຍາດໂຄວິດ – 19 ທີ່ອາດຈະເກີດຂຶ້ນຮອບ 2 .

ທ່ານ ເອັນມານູແອລ ມາຄຣົງ ປະທານາທິບໍດີຝຣັ່ງ ກ່າວວ່າ: ລັດຖະບານໄດ້ຈັດສັນບ້ວງເງິນ 460 ຕື້ເອີໂຣ ພາຍຫຼັງເກີດການແຜ່ລະບາດ ຂອງພະຍາດໂຄວິດ – 19. ປັດຈຸບັນຈະເພີ່ມງົບປະມານອີກ 100 ຕື້ເອີໂຣ ເພື່ອຟື້ນຟູ ເສດຖະກິດ ເຊັ່ນ: ອຸດສາຫະກຳ, ລະບົບນິເວດ, ການກໍ່ສ້າງ ໃນທ້ອງຖິ່ນ, ວັດທະນະທຳ, ການສຶກສາ ເປັນຕົ້ນ.

ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນໃຫ້ມີຜູ້ວ່າງງານໃນຝຣັ່ງ ເພີ່ມສູງຂຶ້ນ ໂດຍສະເພາະກຸ່ມເຍົາວະຊົນ ເຊິ່ງເປັນປັດໄຈສໍາຄັນໃນການຟື້ນຟູເສດຖະກິດ ເພື່ອແກ້ໄຂບັນຫາການຊອກຫາວຽກເຮັດງານທຳຂອງນັກສຶກສາຈົບໃໝ່.

ປະທານາທິບໍດີຝຣັ່ງ ຍັງໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະ 6 ເດືອນຕໍ່ໜ້າຈະເພີ່ມການຈ້າງງານຕື່ມອີກ 1 ແສນຕຳແໜ່ງ ໃນຂົງເຂດການບໍລິການ.