ສຸດເສົ້າ! ຊາຍປ່ວຍເສຍຈິດກໍ່ເຫດຈູດເຮືອນ ຕົນເອງເສຍຊີວິດໃນກອງໄຟ

64

ເກີດເຫດສຸດເສົ້າ ແລະ ສະເທືອນໃຈຫຼາຍເມື່ອຊາຍປ່ວຍເປັນບ້າເສຍຈິດ ກໍ່ເຫດຈູດເຮືອນຂອງຕົນເອງ, ໂຊກຮ້າຍຊາຍຜູ້ກໍ່ເຫດໜີອອກມາບໍ່ໄດ້ເຮັດໃຫ້ເສຍຊີວິດໃນບ່ອນເກີດເຫດ, ຫຼ້າສຸດພາກສ່ວນກ່ຽວຂ້ອງຍື່ນມືເຂົ້າຊ່ວຍເຫຼືອ ມອບເຄື່ອງບັນເທົາທຸກ ເຂົ້າສານອາຫານແຫ້ງ ພ້ອມມອບເງິນຊ່ວຍເຫຼືອເບື້ອງຕົ້ນຈໍານວນໜຶ່ງ.

ຕາມການລາຍງານຂອງອຳນາດການປົກຄອງບ້ານມົກໂຊະໃຫ້ຮູ້ວ່າ:ໃນຕອນບ່າຍເວລາປະມານ 14:30 ໂມງ ຂອງວັນທີ 15 ກໍລະກົດ 2020 ເກີດເຫດທີ່ບໍ່ຄາດຄິດຂຶ້ນ ໄຟໄໝ້ເຮືອນຂອງປະຊາຊົນ ຢູ່ບ້ານ ມົກໂຊະ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຈຳນວນ 1 ຫຼັງຄາເຮືອນ ເປັນເຮືອນ 2 ຊັ້ນ ຝາແອ້ມແປ້ນຫຼັງຄາມຸງດ້ວຍກະເບື້ອງ, ມີສະມາຊິກຄອບຄົວນໍາກັນ 5 ຄົນ, ຍິງ 1 ຄົນ. ໃນທີ່ເກີດເຫດມີຜູ້ເສຍຊີວິດ 1 ຄົນ ຄື ເພດຊາຍ ຊື່ ທ້າວ ພວງ ອາຍຸ 35 ປີຜູ້ເປັນຜົວ ແລະ ເປັນຜູ້ລົງມືກໍ່ເຫດຈູດເຮືອນເອງຍ້ອນ ສະຕິບໍ່ຄອຍດີເປັນບ້າເສຍຈິດ.

ຕໍ່ກັບເຫດການດັ່ງກ່າວ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຜາອຸດົມ ນຳໂດຍ ທ່ານ ໂພໄຊ ສຸພາສິດ ຮອງຫົວໜ້າຫ້ອງການແຮງານ ແລະ ສະຫວັດດີການສັງຄົມເມືອງ ຜາອຸດົມ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງໄດ້ລົງກວດກາຜົນເສຍຫາຍຕົວຈິງເພື່ອເກັບກຳຂໍ້ມູນ ແລະ ສືບສວນສອບສວນເພີ່ມເຕີມ. ພ້ອມທັງນຳເອົາເຄື່ອງບັນເທົ່າທຸກປະເພດເຂົ້າສານ,ເຄື່ອງນຸ່ງຫົ່ມ,ເຄື່ອງໄຊ້ສອຍ, ເປັນມູນຄ່າ 1.250,000 ກີບ ມອບໃຫ້ຄອບຄົວຜູ້ທີຖືກເຄາະຮ້າຍໃນຄັ້ງນີ້ເພືອເປັນການບັນເທົາໃນເບືອງຕົ້ນ.

ຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ