ຈີນເຝົ້າລະວັງລະດັບນ້ຳທະເລສາບໃຫຍ່ທີ່ສຸດຂອງອາຊີຍື່ງຂຶ້ນສູງເປັນປະຫວັດການ

120

ລັດຖະບານຈີນລະດົມກຳລັງເຈົ້າໜ້າທີ່ ແລະ ປະຊາຊົນອາສາສະໝັກຊ່ວຍກັນສ້າງຄັນຄູກັນນ້ຳອ້ອມທະເລສາບໂປຢາງ ເຊິ່ງເປັນທະເລສາບໃຫຍ່ທີ່ສຸດຂອງຈີນ ຫຼັງຈາກລະດັບນໍ້າຍື່ງຂຶ້ນສູງທີ່ສຸດໃນຮອບ 2 ທົດສະຫວັດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 14 ກໍລະກົດ ວ່າ ທ່ານເຈິ່ງ ກົ້ວກວງ ລັດຖະມົນຕີຊ່ວຍກະຊວງຄຸ້ມຄອງສະຖານະການສຸກເສີນຂອງຈີນ ຖະແຫຼງເມື່ອວັນອັງຄານ ວ່າ ລະດັບນໍ້າໃນແມ່ນໍ້າແຍງຊີ ຕັ້ງແຕ່ເດືອນມິຖຸນາ ຜ່ານມາ ໂດຍສະເລ່ຍຕະຫຼອດສາຍແມ່ນຍື່ງຂຶ້ນສູງທີ່ສຸດ ຕັ້ງແຕ່ປີ 1961.

ກ່ອນໜ້ານີ້, ເຈົ້າໜ້າທີ່ໄດ້ຕິດຕາມເຝົ້າລະວັງມວນນ້ຳທີ່ຍື່ງຂຶ້ນສູງໃນໄລຍະທີ່ແມ່ນໍ້າແບງຊີສ່ວນທີ່ໄຫຼຜ່ານໃກ້ກັບເມືອງອູ່ຮັນ ເມືອງເອກຂອງມົນທົນຫູເປີ່ຍ. ຢ່າງໃດກໍ່ດີ, ກະແສນໍ້າໄດ້ໄຫຼຜ່ານບໍລິເວນນີ້ໄປຢ່າງປອດໄພ ເຊິ່ງທຸກຝ່າຍຈຶ່ງປ່ຽນໄປເຝົ້າລະວັງມວນນໍ້າຂອງທະເລສາບໂປຢາງ ເຊິ່ງເປັນທະເລສາບນ້ຳຈືດໃຫຍ່ທີ່ສຸດຂອງປະເທດ ຕັ້ງຢູ່ມົນທົນຈຽງຊີ ໂດຍວັດແທກລະດັບນ້ຳໄດ້ 22,5 ແມັດ ເມື່ອທ້າຍອາທິດ ຜ່ານມາ ຍື່ງຂຶ້ນສູງທີ່ສຸດເປັນປະຫວັດການ ແລະ ສູງກາຍເຂດອັນທະລາຍທີ່ກຳນົດໄວ້ 19,5 ແມັດ ເນື່ອງຈາກຝົນຕົກໜັກ ແລະ “ຄວາມຈຳເປັນ” ຂອງການເປີດປະຕູລະບາຍນໍ້າຫຼາຍແຫ່ງທີ່ຢູ່ຕອນເທິງຂອງຂອງແມ່ນ້ຳແຍງຊີ.

ທັງນີ້, ທາງການໄດ້ລະດົມກຳລັງເຈົ້າໜ້າທີ່ທັງທະຫານ, ຕຳຫຼວດ ແລະ ປະຊາຊົນຫຼາຍກວ່າ 1 ແສນຄົນ ກະຈາຍກຳລັງລົງພື້ນທີ່ເພື່ອສ້າງແລວຄັນຄູກັນນ້ຳອ້ອມທະເລສາບໂປຢາງ ພ້ອມທັງການເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ຫຼັງມີລາຍງານ ເມື່ອຕົ້ນອາທິດນີ້ ວ່າ ລະດັບນໍ້າໃນທະເລສາບຍື່ງຂຶ້ນສູງທຳລາຍສະຖິຕິ ເມື່ອປີ 1998 ເຊິ່ງສະຖານະການໃນຄັ້ງນັ້ນ ກາຍເປັນອຸທົກກະໄພ ເຊິ່ງມີຜູ້ເສຍຊີວິດ ຫຼາຍກວ່າ 4 ພັນຄົນ ໃນຂົງເຂດດັ່ງກ່າວ.

ອີກປະການໜຶ່ງ ແມ່ນໍ້າແຍງຊີ ມີຄວາມຍາວປະມານ 6,3 ພັນກິໂລແມັດ, ມີຕົ້ນກຳເນີດຢູ່ເຂດປົກຄອງຕົນເອງຕິເບດ ແລະ ມົນທົນຊິງໄຫ່ ເຊິ່ງຢູ່ທາງທິດຕາເວັນຕົກຂອງປະເທດຈີນ. ປັດຈຸບັນ, ຖືວ່າເປັນແມ່ນໍ້າທີ່ຍາວທີ່ສຸດໃນອາຊີ ແລະ ເປັນອັນດັບ 3 ຂອງໂລກ ເປັນຮອງແມ່ນ້ຳໄນລ໌ ແລະ ແມ່ນ້ຳແອມະຊອນ ເທົ່ານັ້ນ.