93 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ສ່ວນຜູ້ເດີນທາງເຂົ້າລາວຕ້ອງເຂັ້ມງວດຈໍາກັດບໍລິເວນ

51

ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ເປັນເວລາ 93 ມື້ແລ້ວ ຂະນະດຽວກັນກໍ່ຍັງມີຜູ້ເດີນທາງເຂົ້າລາວເຮົາຢ່າງຕໍ່ເນື່ອງ, ຫຼ້າສຸດ ວັນທີ 13 ກໍລະກົດ ຜ່ານມາ ມີຜູ້ເດີນທາງເຂົ້າມາເຖິງ 1.425 ຄົນ ໂດຍທຸກຄົນແມ່ນໄດ້ຜ່ານການວັດອຸນຫະພູມບໍ່ພົບຜູ້ມີອາການໄຂ້ ແລະ ໄດ້ສົ່ງໄປຫາສະຖານທີ່ຈຳກັດບໍລິເວນຈົນກວ່າຈະຄົບກຳນົດ 14 ວັນ.

ວັນທີ 14 ກໍລະກົດ 2020 ທີ່ກະຊວງສາທະລະນະສຸກ ໄດ້ມີການຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ດຣ ນາງ ຣັດສະໝີ ວົງຄຳຊາວ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນວ່າ: ການເຝົ້າລະວັງພະຍາດໂຄວິດ-19 ຢູ່ລາວ ຮອດ 17 ໂມງຂອງວັນທີ 13 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1.425 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ວັນທີ 13 ກໍລະກົດຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 315 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ແຕ່ຜົນກວດທັງໝົດແມ່ນບໍ່ພົບເຊື້ອ ໝາຍຄວາມວ່າເປັນເວລາ 93 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 13 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 20.769 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ເຊິ່ງໄດ້ປິ່ນປົວຫາຍດີທັງໝົດແລ້ວ ໃນຂະນະທີ່ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດປະຈຸບັນມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.519 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ກ່າວຕື່ມວ່າ: ດ້ານສະພາບການລະບາດຂອງພະຍາດໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ ມາຮອດວັນທີ 14 ກໍລະກົດ 2020 ທົ່ວໂລກມີການລາຍງານການລະບາດທັງໝົດ 213 ປະເທດ/ເຂດ, ມີການຢັ້ງຢືນຜູ້ຕິດເຊື້ອ 13.226,056 ຄົນ, ເສຍຊິວິດ 574.927 ຄົນ ເຊິ່ງກວມເອົາ 4,34% ຂອງຜູ້ຕິດເຊື້ອທັງໝົດ ແລະ ປີ່ນປົວຫາຍດີ 7.569.601 ຄົນ ກວມເອົາ 57,2% ຂອງຜູ້ຕິດເຊື້ອທັງໝົດ.

ສ່ວນຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ເຊິ່ງຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 28.179 ຄົນ ແລະ ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 14 ກໍລະກົດ ມີການຢັ້ງຢືນ ຜູ້ຕິດເຊື້ອແລ້ວ 191.202 ຄົນ ແລະ ເສຍຊີວິດ 5.308 ຄົນ.