ບໍ່ພົ້ນ! ສາຍການບິນ ເອເມເຣັດ ກຽມປົດພະນັກງານອີກ 9 ພັນຄົນ

78

ສຳນັກຂ່າວເອເອັຟພີ ລາຍງານວ່າ: ເອເມເຣັດ ແອລາຍ ເຊິ່ງເປັນສາຍການບິນປະຈຳຊາດຂອງສະຫະລັດອາຣັບ ເອເມເຣັດ ແລະ ເປັນສາຍການບິນຍັກໃຫຍ່ຂອງຕາເວັນອອກກາງ ກຽມປົດພະນັກງານອອກຈາກຕຳແໜ່ງອີກ 9 ພັນຄົນ ຫຼື ປະມານ 15% ຂອງພະນັກງານທັງໝົດ, ຫຼັງຈາກກ່ອນໜ້ານີ້ໄດ້ປົດພະນັກງານອອກແລ້ວ 10% ຂອງພະນັກງານທັງໝົດ.

ສາຍການບິນເອເມເຣັດ ເຊິ່ງມີຍົນໂດຍສານ 270 ລຳ ໄດ້ຢຸດບໍລິການຖ້ຽວບິນມາແຕ່ເດືອນມີນາເປັນຕົ້ນມາ, ຫຼັງຈາກທີ່ຫຼາຍປະເທດລັອກດາວ ສົ່ງຜົນກະທົບຕໍ່ອຸດສາຫະກຳການບິນຢ່າງໜັກໜ່ວງ, ກ່ອນຈະເລີ່ມກັບມາໃຫ້ບໍລິການອີກຄັ້ງເມື່ອຕົ້ນເດືອນກໍລະກົດຜ່ານມາ ແຕ່ກໍຂ້ອນຂ້າງຈຳກັດ ໂດຍເອເມເຣັດມີແຜນບິນໄປ 58 ເມືອງ ພາຍໃນປະເທດໃນເດືອນສິງຫາຈະເຖິງນີ້.

ກ່ອນໜ້ານີ້, ທ່ານ ທິມ ຄລາກ ປະທານ ບໍລິສັດ ເອເມເຣັດ ເປີດເຜີຍວ່າ: ກວ່າສາຍການບິນເອເມເຣັດ ຈະກັບມາສູ່ສະພາບປົກກະຕິຕ້ອງໃຊ້ເວລາຢ່າງໜ້ອຍ 4 ປີ ແລະ ທາງສາຍການບິນຈຳເປັນຕ້ອງໄດ້ປົດພະນັກງານອອກ ເພື່ອແບ່ງເບົາພາລະ ແຕ່ບໍ່ໄດ້ລະບຸວ່າຈະປົດຈຳນວນເທົ່າໃດ, ຂະນະທີ່ຈຳນວນພະນັກງານຂອງສາຍການບິນດັ່ງກ່າວນີ້ ມີປະມານ 60.000 ຄົນ, ໃນນັ້ນ 4.300 ຄົນ ເປັນນັກບິນ ແລະ ຈຸບິນອີກ 22 ພັນຄົນ.

ດ້ານສະມາຄົມຂົນສົ່ງທາງອາກາດສາກົນປະເມີນວ່າ: ປີນີ້ຜູ້ປະກອບການທຸລະກິດການບິນຈະປະເຊີນກັບຂາດທຶນຢ່າງໜ້ອຍ 84 ພັນລ້ານໂດລາສະ ຫະລັດ ຖືວ່າເປັນການຂາດທຶນສູງທີ່ສຸດໃນປະຫວັດສາດອຸດສາຫະກຳການບິນ.