ຊົນລະປະທານ ຫ້ວຍທ່າຮາວ ກັບມາສ້າງໃໝ່ຫຼັງຢຸດໄປ 4ປີ ຄາດ 2024 ສໍາເລັດ

186

ຊົນລະປະທານ ຫ້ວຍທ່າຮາວ ເປັນຄວາມຫວັງໜຶ່ງຂອງການສະໜອງນໍ້າແກ່ການຜະລິດຂອງປະຊາຊົນໃນເມືອງອຸທຸມພອນ ແຂວງສະຫວັນນະເຂດ ເຊິ່ງໂຄງການດັ່ງກ່າວເລີ່ມສ້າງມາແຕ່ປີ 2014ແຕ່ຍັງບໍ່ທັນສໍາເລັດໄດ້ຢຸດການກໍ່ສ້າງໃນປີ 2016 ຈົນຮອດປັດຈຸບັນຈິ່ງກັບມາເລີ່ມໃໝ່ ຄາດໝາຍແຜນການໃຫ້ສໍາເລັດພາຍໃນປີ 2024 ຖ້າໄປຕາມແຜນ ພື້ນທີ່ນາໃນ 9 ບ້ານຈະມີນ້ຳຫົດພື້ນທີ່ນາ.

ໃນໂອກາດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ ໃນວັນທີ 9 ກໍລະກົດ 2020 ຜ່ານມາ ທ່ານ ໄດ້ລົງຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນ້ຳ ຫ້ວຍທ່າຮາວ ບ້ານນາຄຳ ເມືອງອຸທຸມພອນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂອງເມືອງອຸທຸມພອນ ແລະ ການນຳພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນລະຫວ່າງການຢ້ຽມຢາມຂອງ ທ່ານ ປະທານປະເທດ ຄັ້ງນີ້ ທ່ານ ນາງ ເພັດສະໝອນ ເພັງສະຫວັດ ປະທານບໍລິສັດເພັດຖາວອນກໍ່ສ້າງເຄຫາຂົວ-ທາງ ແລະ ຊົນລະປະທານ ໄດ້ລາຍງານຄວາມຄືບໜ້າຂອງໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນໍ້າ ຫ້ວຍທ່າຮາວ ບ້ານນາຄຳ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການ ໄລຍະທີໜຶ່ງ ແຕ່ປີ 2014 – 2016 ແລະ ໄດ້ຢຸດໂຄງການເປັນເວລາ 4 ປີ.

ຫລັງຈາກນັ້ນກໍ່ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການໃໝ່ ເປັນໄລຍະທີສອງ ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ການພັດທະນາແຫລ່ງນໍ້າ ແລະ ສ້າງເປັນອ່າງເກັບນໍ້າລະບົບຊົນລະປະທານ ເພື່ອສະໜອງນໍ້າໃຫ້ແກ່ເນື້ອທີ່ທຳການຜະລິດກະສິກຳ ທີ່ສາມາດຜະລິດໄດ້ທັງສອງລະດູ ຄື: ລະດູແລ້ງ ແລະ ລະດູຝົນ ສາມາດເພີ່ມຜົນຜະລິດຂອງກະສິກອນ ໃຫ້ໄດ້ຫລາຍກວ່າເກົ່າ ເຊິ່ງຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ສຳລັບໜ້າວຽກຕົ້ນຕໍຂອງໂຄງການແມ່ນກໍ່ສ້າງລະບົບຫົວງານເຂື່ອນດິນ ທີ່ມີລວງຍາວ 1.250 ແມັດ, ກວ້າງ 8 ແມັດເຄິ່ງ ແລະ ກໍ່ສ້າງລະບົບຄອງເໝືອງ ໃນນັ້ນມີຄອງເໝືອງແມ່ ສອງຄອງ ເບື້ອງຊ້າຍ ມີຄວາມຍາວ 9 ກິໂລແມັດ, ເບື້ອງຂວາ ມີຄວາມຍາວ 11 ກິໂລແມັດ ແລະ ຄອງຊອຍ 45 ຄອງ ລວມມູນຄ່າໃນການກໍ່ສ້າງ ທັງໝົດ 191 ຕື້ກີບ, ໂດຍແມ່ນບໍລິສັດເພັດຖາວອນ ກໍ່ສ້າງເຄຫາຂົວ-ທາງ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ.

ຄວາມຄືບໜ້າໃນການກໍ່ສ້າງມາຮອດປະຈຸບັນໄດ້ 32,36% ທຽບໃສ່ບໍລິມາດວຽກ ແລະ ມູນຄ່າລວມໂຄງການກໍ່ສ້າງ ສາມາດປະເມີນໄດ້ 61,64% ແລະ ຄາດວ່າໂຄງການດັ່ງກ່າວ ຈະສຳເລັດ 100% ໃນປີ 2024 ຕາມແຜນການ ແລະ ຈະໄດ້ສືບຕໍ່ໃສ່ໂຄງການຊົນລະກະເສດ ເຊິ່ງເປັນໄລຍະທີ 3 ຂອງໂຄງການ.

ຂະນະດຽວກັນ ປະທານບໍລິສັດເພັດຖາວອນ ກໍ່ສ້າງເຄຫາຂົວ-ທາງ ແລະ ຊົນລະປະທານ ໄດ້ລາຍງານຕື່ມອີກວ່າ ພາຍຫລັງທີ່ສຳເລັດໂຄງການນີ້ແລ້ວຈະສາມາດກັກເກັບນ້ຳໄດ້ຫຼາຍເຖິງ 24 ລ້ານແມັດກ້ອນ ແລະ ສາມາດສະໜອງນໍ້າໃຫ້ເນື້ອທີ່ນາປີ ໄດ້ 1.700 ເຮັກຕາ, ນາແຊງ 1.100 ເຮັກຕາ ແລະ ມີປະຊາຊົນຈຳນວນ 9 ບ້ານ ທີ່ໄດ້ຊົມໃຊ້ ແລະ ໄດ້ຮັບຜົນປະໂຫຍດ ຄື: ບ້ານນາຄຳ, ໜອງແປນ, ດົງໃນ, ດົງຂວາງ, ດົງທ່າ, ໂນນປ່າໄລ່, ປ່າໜາມ, ນາໂພ ແລະ ບ້ານນາເກັງ ເມືອງອຸທຸມພອນ.

ຂໍ້ມູນຈາກ: ປະເທດລາວ