ສະຫະລັດມີລາຍໄດ້ຈາກນັກສຶກສາຕ່າງຊາດມະຫາສານ

80
Two young women walking in a college campus

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນັກສຶກສາຕ່າງຊາດສ້າງລາຍໄດ້ໃຫ້ແກ່ເສດຖະກິດຂອງສະຫະລັດອາເມຣິກາ ເປັນຈຳນວນຫຼວງຫຼາຍ. ຈາກຂໍ້ມູນຂອງກະຊວງການຄ້າ ສະຫະລັດອາເມຣິກາ ໃຫ້ຮູ້ວ່າ: ໃນປີ 2018 ມີລາຍຮັບຈາກນັກສຶກສາເຫຼົ່ານີ້ສູງເຖິງ 40 ກວ່າຕື້ໂດລາສະຫະລັດ. ນອກຈາກນີ້, ຍັງເຮັດໃຫ້ພາກທີ່ຢູ່ອາໄສ, ການຂົນສົ່ງ, ການບໍລິການຄ້າຂາຍ ແລະ ການປະກັນສຸຂະພາບກໍໄດ້ຮັບຜົນປະໂຫຍດນຳອີກ.

ຕາມຂໍ້ມູນຂອງກະຊວງການຕ່າງປະເທດ ແລະ ສະຖາບັນການສຶກສານາໆຊາດ ຂອງສະຫະລັດ ( IIE ) ໃຫ້ຮູວ່າ: ສົກຮຽນ 2018 – 2019 ມີນັກສຶກສາຕ່າງຊາດກໍາລັງສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆຂອງອາເມຣິກາ 1,1 ລ້ານກວ່າຄົນ ກວມເອົາ 5,5% ຂອງນັກສຶກສາມະຫາວິທະຍາໄລທັງໝົດຂອງສະຫະລັດ ເຊິ່ງນັກສຶກສາເຫຼົ່ານີ້ ນອກຈາກຈະເສຍຄ່າລົງທະບຽນຮຽນ ຫຼື ຄ່າເທີມແລ້ວ ຍັງມີຄ່າໃຊ້ຈ່າຍທີ່ພັກອາໄສ, ຄ່າກິນ ແລະ ຄ່າບໍລິການອື່ນໆອີກ.

IIE ລາຍງານໂດຍອ້າງຂໍ້ມູນຈາກກະຊວງການຄ້າຂອງສະຫະລັດອາເມຣິກາ ລະບຸວ່າ: ປີ 2018 ນັກສຶກສາຕ່າງຊາດສ້າງລາຍໄດ້ໃຫ້ແກ່ເສດຖະກິດຂອງສະຫະລັດ ມູນຄ່າປະມານ 40,47 ຕື້ໂດລາສະຫະລັດ.

ລາຍງານລະບຸວ່າ: ທຶນສະໜັບສະໜູນນັກສຶກສາຕ່າງຊາດ ຈຳນວນ 1,1 ລ້ານກວ່າຄົນ ທີ່ກຳລັງຮຽນຢູ່ສະຫະລັດ ໃນສົກຮຽນ 2018 – 2019 ສ່ວນຫຼາຍມາຈາກຕ່າງປະເທດ ແລະ ນັກສຶກສາຕ່າງຊາດຫຼາຍກວ່າ 57% ແມ່ນໃຊ້ເງິນສ່ວນຕົວ ຫຼື ຄອບຄົວ, ອີກ 5% ມາຈາກທຶນຂອງລັດຖະບານ, ມະຫາວິທະຍາໄລ, ທຶນສະໜັບສະໜູນຂອງຕ່າງປະເທດ. ໃນນັ້ນ, ຈີນຄືຜູ້ທີ່ສະໜັບສະໜູນນັກສຶກສາຕ່າງປະເທດຫຼາຍກວ່າໝູ່, ຮອງລົງມາແມ່ນອິນເດຍ ແລະ ຕາມດ້ວຍຊາອຸດິດ ອາຣັບບີ.