ເຮັດຕາມນີ້! ເຕັກນິກການປູກຜັກຫອມປ້ອມໃນລະດູຝົນ

326

ເມື່ອກ້າວເຂົ້າສູ່ລະດູຝົນ ມັນຈະກາຍເປັນອຸປະສັກໃຫ້ແກ່ຊາວສວນໃນການປູກພືດຜັກເກືອບທຸກຊະນິດ ເພາະມັນຈະເຮັດໃຫ້ຮາກເນົ່າເປື່ອຍງ່າຍ ຫາກບໍ່ມີການເບິ່ງແຍງເອົາໃຈໃສ່ຢ່າງຈິງຈັງ ໂດຍສະເພາະແມ່ນຜັກຫອມປ້ອມ ຈະມີຫຼາຍພະຍາດເຂົ້າມາຮຸກຮານທັງໃບ, ໃບເຫຼືອງ ແລະ ຮາກເນົ່າ.

ດັ່ງນັ້ນ, ຈະສັງເກດເຫັນໄດ້ເລີຍວ່າເມື່ອຮອດລະດູຝົນລາຄາພືດຜັກຈະແພງຂຶ້ນດັ່ງປີນີ້ ຈາກທີ່ທີມຂ່າວກະສິກໍາພວກເຮົາລົງພື້ນທີ່ຕິດຕາມລາຄາສິນຄ້າໃນໄລຍະຕົ້ນເດືອນມິຖຸນາ 2020 ເຫັນໄດ້ວ່າຜັກຫອມປ້ອມມີລາຄາສູງເຖິງ 5 – 7 ແສນກີບຕໍ່ໝື່ນ ໂດຍຜູ້ປູກອ້າງວ່າລະດູຝົນປູກຍາກ.

ແນວໃດກໍຕາມ, ໃນໄລຍະນີ້ກໍຍັງເປັນໄລຍະລະດູຝົນຢູ່. ດັ່ງນັ້ນ, ຄວາມຮູ້ກະສິກໍາໃນມື້ນີ້ຈະພາທຸກທ່ານມາສຶກສາກ່ຽວກັບເຕັກນິກການປູກຜັກຫອມປ້ອມໃນລະດູຝົນນໍາກັນ ພ້ອມແນະນໍາທຸກຂັ້ນຕອນລະອຽດໃຫ້ໄດ້ນໍາໄປທົດລອງໃຊ້ຕົວຈິງ.
ການກະກຽມ: ຜັກຫອມປ້ອມເປັນຜັກທີ່ຮາກສັ້ນ ຄວນໄຖເລິກປະມານ 15 ຫາ 20 ຊັງຕີແມັດ ພ້ອມຕາກດິນໄວ້ປະມານ 5 ຫາ 7 ວັນ, ຫຼັງຈາກນັ້ນຈຶ່ງມາຄາດໃຫ້ມຸ່ນ ແຕ່ໃນລະດູຝົນຕ້ອງຍົກໜານຂຶ້ນປະມານ 20 ຫາ 30 ຊັງຕີແມັດ; ກ່ອນຫວ່ານເມັດພັນຕ້ອງແປງໜານໃຫ້ລະອຽດ ແລ້ວຈຶ່ງນໍາເອົາເມັດພັນໄປປູກ, ຫຼັງຈາກນັ້ນແລ້ວໂຮຍຂີ້ແກບບາງ ຫຼື ຈະປົກດ້ວຍເຟືອງແຫ້ງກໍໄດ້.

ການບົວລະບັດຮັກສາ: ຄວນໃສ່ຝຸ່ນກ່ອນປູກ ຮອງພື້ນດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມ ຫຼັ້ງຈາກຜັກອາຍຸໄດ້ 20 ຫາ 25 ວັນ ຖ້າສັງເກດເຫັນຜັກບໍ່ງາມເຮົາຄວນຫົດດ້ວຍນໍ້າສະກັດຊີວະພາບ.

ການໃຫ້ນໍ້າ: ຄວນໃຫ້ຢ່າງພຽງພໍຢ່າປຽກເກີນໄປ ໂດຍໃຫ້ສັງເກດເບິ່ງຄວາມຊຸ່ມໃນໜານປູກ.

ການເກັບກ່ຽວ: ຫອມປ້ອມເປັນຜັກທີ່ສາມາດເອົາມາບໍລິໂພກໄດ້ທຸກສ່ວນ ແລະ ທຸກໄລຍະອາຍຸ ແລະ ຖ້າເປັນການນໍາມາວາງຂາຍເປັນສິນຄ້າອາດໃຊ້ເວລາປະມານ 40 ຫາ 60 ວັນ ແມ່ນຈະມີຂະໜາດທີ່ພໍດີງາມ.

ແນວໃດກໍຕາມ, ການປູກພືດຜັກໃນລະດູຝົນ ຫາກມີເງື່ອນໄຂການປູກໃນເຮືອນຮົ່ມແມ່ນດີທີ່ສຸດ ເພາະເຮົາຈະດູແລຮັກສາໄດ້ງ່າຍ.

( ທີ່ມາ: ລາວ 44ຂໍ້ມູນຂ່າວສານເພື່ອການພັດທະນາ )