ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນ້ຳ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການ

523

ເພື່ອໃຫ້ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນ້ຳ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ.

ພາບປະກອບຂ່າວເທົ່ານັ້ນ

ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນ້ຳ, ໜອງ ແລະ ສາຍນ້ຳທຳມະຊາດ ພ້ອມທັງມີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່, ກຳນົດເຂດວັງສະຫງວນໄປຄວບຄູ່ກັບການອອກລະບຽບການຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຫຼື ການຂະຫຍາຍພັນຂອງສັດນ້ຳ ແລະ ສັດປ່າ ຕິດພັນກັບການສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ຕາມທິດຍືນຍົງ.

ພາບປະກອບຂ່າວເທົ່ານັ້ນ

ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງແຜ່ຫຼາຍ ເຊັ່ນ: ການນໍາໃຊ້ອາວຸດ ແລະ ເຄື່ອງມືແບບດັບສູນເຂົ້າໃນການລ່າເນື້ອ, ຫາປາ, ຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ).

ເພື່ອແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວ, ທັງເປັນການຊຸກຍູ້, ສົ່ງເສີມ ແລະ ປູກຈິດສຳນຶກ ກ່ຽວກັບການອະນຸຮັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ໃຫ້ເປັນຂະບວນຂອງທົ່ວປວງຊົນນັ້ນ, ລັດຖະມົນຕີ ກະຊວງ ກປ ອອກຄໍາສັ່ງ ຄື: ໃຫ້ພະແນກ ກປ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງວຽກສໍາຄັນ ຄື:

1 ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ ໃຫ້ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງດ້ວຍຫຼາຍຮູບການ, ບ່ອນທີ່ມີເງື່ອນໄຂ ກໍໃຫ້ມີການປະກວດຮູບແຕ້ມ, ແຂ່ງຂັນແຕ່ງກາບກອນ, ບົດເພງ, ບົດລໍາ, ບົດເລື່ອງສັ້ນ, ຈັດວາງສະແດງຮູບພາບ, ແຈກຢາຍຄູ່ມື ແລະ ເອກະສານ ກ່ຽວກັບການຂະຫຍາຍພັນປາ ແລະ ວຽກງານອະນຸຮັກສັດນ້ຳ ແລະ ສັດປ່າ, ຈັດຕັ້ງເຜີຍແຜ່ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການເພາະລ້ຽງປາແກ່ປະຊາຊົນ ແລະ ກຸ່ມລ້ຽງປາ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມກັນນັ້ນ, ກໍໃຫ້ຄັດເລືອກບຸກຄົນ ຫຼື ການຈັດຕັ້ງທີ່ເຄື່ອນໄຫວດີເດັ່ນໃນການປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເພື່ອຍ້ອງຍໍ ຫຼື ປະຕິບັດນະໂຍບາຍສົ່ງເສີມຕາມລະບຽບການ; ຈັດກິດຈະກຳຕ່າງໆຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ ເພື່ອຈັດພິທີປ່ອຍປາລົງໃສ່ອ່າງເກັບນ້ຳ, ເຂື່ອນໄຟຟ້ານ້ຳຕົກ, ຫ້ວຍ, ໜອງ, ບຶງ…

ປ່ອຍສັດປ່າທີ່ໄດ້ມາຈາກການເພາະພັນ ຫຼື ຢຶດຈາກການຄ້າ – ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເຊັ່ນ: ປ່ອຍເຂົ້າໃນປ່າສະຫງວນ ຫຼື ເຂດອື່ນທີ່ເຫັນວ່າມີ ຄວາມປອດໄພໃຫ້ສາມາດອອກແມ່ແຜ່ລູກໄດ້ຢ່າງເປັນປົກກະຕິ; ສືບຕໍ່ຕິດຕາມ, ກວດກາ ແລະ ປຸກລະດົມຂົນຂວາຍປະຊາຊົນໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງ ໃນການມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.

ພາບປະກອບຂ່າວເທົ່ານັ້ນ

2 ພ້ອມທັງຫ້າມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງມີການກະທໍາ ດັ່ງນີ້:

ຈັບ, ຊື້ – ຂາຍ, ສັດນ້ຳ ແລະ ລ່າສັດປ່າປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ) ໃນທຸກລະດູການຢ່າງເດັດຂາດ.

ນຳເອົາສັດນ້ຳ, ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກຳເນີດມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ.

ລ່າສັດນ້ຳ, ສັດປ່າປະເພດທົ່ວໄປ ( ບັນຊີ II ) ໃນສະຖານທີ່ຫວງຫ້າມ, ເຂດອະນຸຮັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໄລຍະລະດູປາວາງໄຂ່ ຫຼື ເຂົ້າພັນສາ.

ບຸກລຸກທຳລາຍເຂດອະນຸຮັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ພາບປະກອບຂ່າວເທົ່ານັ້ນ

ຈັບຈອງ, ຍ້າຍ, ປ່ຽນແປງ ຫຼື ທໍາລາຍ ເຄື່ອງໝາຍເຂດແດນວັງສະຫງວນ, ເຂດອະນຸຮັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ.

ຫາປາໃນໄລຍະລະດູປາວາງໄຂ່ ຫຼື ໄລຍະເຂົ້າພັນສາຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນຕົ້ນແມ່ນເຂດວັງສະຫງວນຕ່າງໆ.

ຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນ້ຳ ດ້ວຍວິທີການເຮັດຕ້ອນ, ເຮັດວີ່, ໃສ່ລອບ ຫຼື ໂຕ່ງ, ມອງຕາຖີ່, ນຳໃຊ້ລະເບີດ, ທາດເບື່ອ, ສານເຄມີ, ໃຊ້ໄຟຟ້າຊັອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ.

ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ ເຊິ່ງກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງດຳເນີນມາດຕະການກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຢ່າງເຂັ້ມງວດ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປະມົງ.

ພາບປະກອບຂ່າວເທົ່ານັ້ນ

3 ສໍາລັບການຈັດຕັ້ງພິທີ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ນີ້, ໃຫ້ອີງໃສ່ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ່ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນທີ່ມີເງື່ອນໄຂກໍໃຫ້ເລີ່ມລົງມືແຕ່ດຽວນີ້ ໂດຍບໍ່ໃຫ້ລໍຖ້າວັນທີ 13 ກໍລະກົດ ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຈົນຮອດທ້າຍເດືອນກັນຍາ, ສຳລັບແນວພັນປາທີ່ຈະນໍາມາປ່ອຍແມ່ນໃຫ້ເລັ່ງໃສ່ແນວພັນປາພື້ນເມືອງ ໂດຍສະເພາະພວກປາກິນພືດ ຫຼື ໄຮນ້ຳ, ສ່ວນແນວພັນປາຕ່າງປະເທດ ແມ່ນໃຫ້ປ່ອຍສະເພາະຢູ່ແຫຼ່ງນ້ຳປິດ ເຊັ່ນ: ໜອງປາຊຸມຊົນ, ອ່າງເກັບນ້ຳຂະໜາດນ້ອຍ ຫຼື ໜອງບໍລິເວນໃດໜຶ່ງ ເພື່ອຫຼີກລຽງການດັບສູນພັນປາພື້ນເມືອງຂອງລາວເຮົາ.

ພາບປະກອບຂ່າວເທົ່ານັ້ນ

ໃຫ້ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ກົມກວດ ກາປ່າໄມ້ ແລະ ພະແນກ ກປ ແຂວງ, ນວ ເປີດບັ້ນເຜີຍແຜ່ຄໍາສັ່ງສະບັບນີ້ໃຫ້ແກ່ສັງຄົມ, ກຸ່ມເປົ້າໝາຍ ແລະ ຜູ້ປະກອບການໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດຕົວຈິງມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ເພື່ອແກ້ໄຂຢ່າງທັນການ.