ໂຕກຽວ ຢືນຢັນກວດພົບຜູ້ຕິດເຊື້ອໂຄວິດ-19 ຮອບໃໝ່ 224 ຄົນ ສູງທີ່ສຸດໃນຮອບ 3 ເດືອນ

69

ທາງການນະຄອນຫຼວງໂຕກຽວ ຢືນຢັນກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ອີກ 224 ຄົນ ເປັນສະຖິຕິປະຈຳວັນສູງສຸດໃນຮອບເກືອບ 3 ເດືອນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນພະຫັດ ທີ 9 ກໍລະກົດ ວ່າ ຫ້ອງການສາທາລະນະສຸກນະຄອນຫຼວງໂຕກຽວ ຖະແຫຼງການ ເມື່ອວັນພະຫັດ ວ່າ ໃນຮອບ 1 ວັນ ຜ່ານມາ ໄດ້ຢືນຢັນກວດພົບຜູ້ຕິດເຊື້ອໂຄວິດ-19 ຮອບໃໝ່ ໃນນະຄອນຫຼວງໂຕກຽວ 224 ຄົນ ເປັນສະຖິຕິປະຈຳວັນສູງສຸດ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດດັ່ງກ່າວໃນຍີ່ປຸ່ນ ເມື່ອທ້າຍເດືອນມັງກອນ ຜ່ານມາ ເຊິ່ງສະຖິຕິສູງສຸດກ່ອນໜ້ານີ້ແມ່ນ 206 ຄົນ ສະເພາະໃນນະຄອນຫຼວງໂຕກຽວ ເມື່ອວັນທີ 17 ເມສາ.

ເຖິງວ່າ ເຄີຍໄດ້ຢືນຢັນຜູ້ຕິດເຊື້ອໃນນະຄອນຫຼວງໂຕກຽງ ສູງເຖິງ 206 ຄົນ ແຕ່ສະຖິຕິຫຼັງຈາກນັ້ນກໍ່ຫຼຸດລົງ ຈົນກັບມາມີອັດຕາຕິດເຊື້ອເພິ່ມຂຶ້ນສູງອີກຄັ້ງ ນັບຕັ້ງແຕ່ລັດຖະບານກາງຍົກເລີກຄຳສັ່ງສະຖານະການສຸກເສີນ ເມື່ອວັນທີ 25 ພຶດສະພາ ຜ່ານມາ.

ທັງນີ້, ເຂດທີ່ກວດພົບຜູ້ຕິດເຊື້ອຫຼາຍທີ່ສຸດໃນນະຄອນຫຼວງໂຕກຽວ ແມ່ນຢູ່ເຂດທຸລະກິດ ແລະ ສະຖານບັນເທີງຍາມກາງຄືນ ໃນເຂດອິເຄະບຸຄຸໂຣະຂອງແຂວງໂທຊິມະ ແລະ ເຂດຄາບູກິໂຈ ໃນແຂວງຊິນຈຸກຸ ຂະນະທີ່ ທ່ານນາງຢູຣິໂກະ ໂຄອິເຄະ ເຈົ້າຄອງນະຄອນຫຼວງໂຕກຽວ ກ່າວໃນອາທິດນີ້ ວ່າ ລັດຖະບານທ້ອງຖິ່ນວາງແຜນທີ່ຈະຂະຫຍາຍໄລຍະມອບການຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ຜູ້ປະກອບການສະຖານບັນເທີງ ໃນເຂດອິເຄະບຸຄຸໂຣະ ຖ້າສະຖານທີ່ບໍລິການແຫ່ງໃດ ມີຄວາມສະໝັກໃຈໂຈະບໍລິການຊົ່ວຄາວເພື່ອຊ່ວຍເຫຼືອທາງການ ໃນການຄວບຄຸມການແຜ່ລະບາດແບບເປັນກຸ່ມກ້ອນ.

ປັດຈຸບັນ, ນະຄອນຫຼວງໂຕກຽວມີຜູ້ປ່ວຍສະສົມຈາກໂຄວິດ-19 ປະມານ 7 ພັນຄົນ ກວມເອົາ 1 ໃນ 3 ຂອງຜູ້ຕິດເຊື້ອທົ່ວປະເທດ ແລະ ເສຍຊີວິດຢ່າງໜ້ອຍ 325 ຄົນ ຈາກຈຳນວນຜູ້ເສຍຊີວິດສະສົມທົ່ວປະເທດປະມານ 970 ຄົນ.