ແບບຢ່າງ! ຈາກທຸກຍາກສູ່ມີຢູ່ມີກິນ ຍ້ອນການປູກຝັງລ້ຽງສັດເປັນສິນຄ້າ

108

ທ່ານ ແກ້ວນ້ອຍ ຊົນວິໄລ ບ້ານໂກງຕາຢູນ ເມືອງທ່າແຕງ ແຂວງເຊກອງ ເປັນອີກຄອບຄົວໜຶ່ງທີ່ມີຄວາມສະດຸ້ງຕື່ນຕົວໄວ ຫັນອາຊີບຈາກການເຮັດໄຮ່ໃນເມື່ອກ່ອນ ມາເປັນອາຊີບຄົງທີ່ເຮັດສວນ, ລ້ຽງງົວ ແລະ ປູກກາເຟເປັນສິນຄ້າ.

ທ່ານລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ 4 ແນວລາວສ້າງຊາດເມືອງທ່າແຕງ ທີ່ໄຂຂຶ້ນໃນທ້າຍເດືອນມິຖຸນາ 2020 ນີ້ວ່າ: ປັດຈຸບັນຕົນເອງມີໜ້າທີ່ຮັບຜິດຊອບເປັນປະທານແນວໂຮມບ້ານໂກງຕາຢູນ ເມືອງທ່າແຕງ ແຂວງເຊກອງ ມີອາຍຸ 64 ປີ, ຈໍານວນພົນໃນຄອບຄົວ ມີ 9 ຄົນ ຍິງ 5 ຄົນ, ມີແຮງງານຫຼັກ 5 ຄົນ ຍິງ 3 ຄົນ.

ແຕ່ກ່ອນເປັນຄອບຄົວທີ່ທຸກຍາກຂາດເຂີນ ເນື່ອງຈາກວ່າຄອບຄົວໄດ້ເຮັດໄຮ່. ສະນັ້ນ, ໃນຕົ້ນປີ 1975 ຈຶ່ງໄດ້ຫັນອາຊີບໃໝ່ ດ້ວຍການເຮັດສວນ, ລ້ຽງງົວ, ລ້ຽງໝູ ແລະ ປູກກາເຟ ປະມານ 1 ເຮັກຕາ, ເກັບກ່ຽວຜົນຜະລິດໄດ້ 1 ໂຕນຕໍ່ປີ, ປີຕໍ່ມາຈິ່ງຂະຫຍາຍຕື່ມອີກ ປະມານ 1,5 ເຮັກຕາ, ຜົນເກັບກ່ຽວ 1,5 ໂຕນຕໍ່ປີ. ມາເຖິງປີ 1981 ມີການບຸກເບີກເນື້ອທີ່ປູກກາເຟເພີ່ມຕື່ມ 4 ເຮັກຕາ ພ້ອມລ້ຽງສັດ,ປູກພືດປະເພດຕ່າງໆ ເຮັດໃຫ້ຄອບຄົວສາມາດກຸ້ມຢູ່ກຸ້ມກິນ.

ມາເຖິງ ປີ 1983 ໄດ້ຂະຫຍາຍເນື້ອທີ່ເພີ່ມອີກ 1 ເຮັກຕາ. ປັດຈຸບັນມີເນື້ອທີ່ສວນກາເຟທີ່ໃຫ້ໝາກ ຈໍານວນ 7 ເຮັກຕາ ແລະ ເນື່ອທີ່ສວນກາເຟຍັງບໍ່ທັນໃຫ້ໝາກ 1 ເຮັກຕາ. ມາຮອດປີ 2019 ຄອບຄົວຂອງທ່ານມີລາຍຮັບຈາກການຜະລິດກາເຟ, ລ້ຽງສັດ ແລະ ປູກພືດຜັກຕ່າງໆປະມານ 216 ລ້ານກີບ. ປັດຈຸບັນຄອບຄົວຂອງທ່ານມີເຮືອນຢູ່ຖາວອນ 3 ຫຼັງ, ມີລົດ 7 ຄັນ ໃນນັ້ນ: ລົດຕັອກໆ 1 ຄັນ, ລົດຮຸນໄດ 1 ຄັນ, ລົດຈັກ 5 ຄັນ ແລະ ມີທຶນສົ່ງເສີມການສຶກສາໃຫ້ລູກໆ.

[ ໂດຍ ລັດຕະນະພອນ ກອງໄຊສະຫວັດ ]