ຂະແໜງກະສິກຳ ຈະສູ້ຊົນຮັກສາລະດັບການຂະຫຍາຍຕົວ 2,3 – 2,5% ໃນປີນີ້

250

ຂະແໜງກະສິກໍາ ແລະ ປ່າໄມ້ ຈະສູ້ຊົນຮັກສາລະດັບການຂະຫຍາຍຕົວ 2,3 ຫາ 2,5% ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ 15 ຫາ 17% ຂອງ ຈີດີພີ ໃນປີ2020 ເຖິງວ່າຈະພົບກັບ ຄວາມທ້າທາຍຈາກຜົນກະທົບຂອງພະຍາດໂຄວິດ – 19.

ພາບປະກອບຂ່າວເທົ່ານັ້ນ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງຂໍ້ຊັກຖາມກ່ຽວກັບ “ ກະຊວງກະສິກໍາ ແລະ ປ່າໄມ້ ຈະມີທິດທາງ, ນະໂຍບາຍ, ແຜນການ ແລະ ມາດຕະການລະອຽດໃນການຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານໃນເງື່ອນໄຂສະພາບການລະບາດ ແລະ ແກ່ຍາວຂອງພະຍາດໂຄວິດ – 19, ໄພພິບັດທໍາມະຊາດໃນປີຜ່ານມາ ແລະ ໄພແຫ້ງແລ້ງໃນປັດຈຸບັນ ເພື່ອແນໃສ່ຮັບປະກັນມີສະບຽງອາຫານພຽງພໍ ຕອບສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ການສົ່ງອອກຄືແນວໃດ? ”.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ລຽນ ທິແກ້ວ ໄດ້ອະທິບາຍວ່າ: ໃນໄລຍະຕົ້ນ ຫາ ກາງປີ 2019 ທົ່ວປະເທດ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດຢ່າງໜັກໜ່ວງ. ໃນນັ້ນ, ຂະແໜງກະສິກໍາ ກໍໄດ້ຮັບຜົນກະທົບເປັນຈໍານວນບໍ່ໜ້ອຍ ເຮັດໃຫ້ເນື້ອທີ່ປັກດໍາທົ່ວປະເທດຖືກເສຍຫາຍ 105.206 ເຮັກຕາ ເທົ່າກັບ 13,65% ຂອງເນື້ອທີ່ປັກດໍາທົ່ວປະເທດ, ຜົນຜະລິດເຂົ້າເສຍຫາຍ 456.500 ໂຕນ. ການປູກພືດ, ເຂົ້າເນີນສູງ ໄດ້ຮັບຜົນກະທົບຈາກສັດຕູພືດທໍາລາຍ, ໄພແຫ້ງແລ້ງນັບທັງດິນເຊາະເຈື່ອນນໍ້າໄຫຼຊຸ; ສັດລ້ຽງ ນັບທັງສັດບົກ – ສັດນໍ້າກໍໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດອະຫິວາໝູອາຟຣິກາ.

ພາບປະກອບຂ່າວເທົ່ານັ້ນ

ໃນແຜນການປີ 2020 ນັ້ນ ຂະແໜງກະສິກໍາ ແລະ ປ່າໄມ້ ກໍໄດ້ຮ່ວມກັບບັນດາອົງການປົກຄອງທ້ອງຖິ່ນທົ່ວປະເທດ ສູ້ຊົນຈັດຕັ້ງປະຕິບັດຕົວເລກຄາດໝາຍຕາມມະຕິຂອງສະພາແຫ່ງຊາດ ສະໄໝທີ 8 ດ້ວຍການຈັດຕັ້ງປະຕິບັດ 5 ມາດຕະການ ແລະ 4 ນະໂຍບາຍ ກ່ຽວກັບການຟື້ນຟູ ແລະ ສົ່ງເສີມການຜະລິດທີ່ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີລາຍງານຕໍ່ກອງປະຊຸມສະພາສະໄໝສາມັນ ໃນວັນທີ 13 ພະຈິກ 2019 ເຊິ່ງໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ແຜນງານຜະລິດກະສິກໍາເປັນສິນຄ້າກາຍເປັນຂະບວນຟົດຟື້ນຂອງທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງຊາວກະສິກອນ, ຜູ້ປະກອບການພາຍໃນ ແລະ ນັກລົງທຶນຕ່າງປະເທດ ເຮັດໃຫ້ຕະຫຼາດຈໍາໜ່າຍສິນຄ້າມີຄວາມຟົດຟື້ນຂຶ້ນໃນໄລຍະຕົ້ນ.

ພາບປະກອບຂ່າວເທົ່ານັ້ນ

ແຕ່ໃນຕົ້ນປີນີ້ຊໍ້າຜັດພົບກັບໄພແຫ້ງແລ້ງແກ່ຍາວຫຼາຍເດືອນຢູ່ໃນຂອບເຂດທົ່ວປະເທດ ບວກກັບການໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ ຄວາມອາດສາມາດໃນການຈັດຕັ້ງປະຕິບັດຕົວເລກຄາດໝາຍໃນຫຼາຍດ້ານບໍ່ບັນລຸຕາມແຜນທີ່ວາງໄວ້.

ເຖິງຢ່າງໃດກໍຕາມ, ຂະແໜງກະສິກໍາ ແລະ ປ່າໄມ້ ກໍຍັງມີໂອກາດ ແລະ ເງື່ອນໄຂຊຸກຍູ້ສົ່ງເສີມ ເພື່ອໃຫ້ຂະແໜງກະສິກໍາສືບຕໍ່ຈັດຕັ້ງປະຕິບັດແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ແຜນງານຜະລິດກະສິກໍາເປັນສິນຄ້າ ເພື່ອເພິ່ງພາຕົນເອງ ແລະ ສົ່ງອອກ ດຶງດູດເອົາເງິນຕາຕ່າງປະເທດເຂົ້າມາໄດ້ໃນລະດັບໜຶ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດຍຸດທະສາດພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຂອງປະເທດ. ດັ່ງນັ້ນ, ໃນປີ 2020 ຂະແໜງກະສິກໍາ ແລະ ປ່າໄມ້ ຈະສູ້ຊົນຮັກສາລະດັບການຂະຫຍາຍຕົວ 2,3 ຫາ 2,5% ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ 15 ຫາ 17%.

ພາບປະກອບຂ່າວເທົ່ານັ້ນ

ໃນນີ້, ຈະສູ້ຊົນຜະລິດເຂົ້າເປືອກ ບໍ່ຫຼຸດ 3,5 ລ້ານໂຕນ ໂດຍສຸມໃສ່ການຜະລິດເຂົ້ານາແຊງ ໃຫ້ໄດ້ 90.000 ເຮັກຕາ, ເຂົ້ານາປີ ໃຫ້ໄດ້ 750.000 ເຮັກຕາ; ການຜະລິດພືດຜັກ 1,8 ລ້ານໂຕນຕໍ່ປີ; ໝາກໄມ້ 1,3 ລ້ານໂຕນ ແລະ ເຜືອກມັນ 300.000 ໂຕນ; ກາເຟ 160.000 ໂຕນ; ສາລີ 1 ລ້ານໂຕນ; ມັນຕົ້ນ 3,3 ລ້ານໂຕນ; ອ້ອຍ 1,5 ລ້ານໂຕນ; ລະດັບການຂະຫຍາຍຕົວຂອງຝູງສັດເພີ່ມຂຶ້ນ 6%, ການຂະຫຍາຍການລ້ຽງປາໃຫ້ມີຜົນຜະລິດເພີ່ມຂຶ້ນ ໃນລະດັບ 10%.

ເພື່ອສະໜອງການບໍລິໂພກໃຫ້ພຽງພໍຈະຕ້ອງສູ້ຊົນຊຸກຍູ້ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 465.000 ໂຕນ, ໃນນີ້ ຊີ້ນ 222.000 ໂຕນ, ໄຂ່ 43.000 ໂຕນ ແລະ ປາ 200.000 ໂຕນ; ອັດຕາບໍລິໂພກທາດຊີ້ນບໍ່ຕໍ່າກວ່າ 65 ກິໂລ/ຄົນ/ປີ; ສູ້ຊົນຜະລິດກະສິກໍາ ແລະ ປ່າໄມ້ເປັນສິນຄ້າ ເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາສະຫະລັດ.