ໂກແມນແຊັກ ຄາດເສດຖະກິດສະຫະລັດຈະຕິດລົບ 4,6%

114

ບໍລິສັດ ໂກແມນແຊັກ ( Goldman Sachs ) ເຊິ່ງເປັນສະຖາບັນການເງິນຍັກ ໃຫຍ່ຂອງອາເມຣິກາ ໄດ້ປັບຫຼຸດການຂະຫຍາຍຕົວດ້ານເສດຖະກິດຂອງອາເມຣິກາລົງເປັນລົບ 4,6% ຫຼັງຈາກທີ່ກ່ອນໜ້ານີ້ຄາດວ່າຈະຕິດລົບ 4,2% ກ່ອນຈະກັບມາຂະຫຍາຍຕົວ 5,8% ໃນປີໜ້າ.

ນັກເສດຖະສາດປະຈຳໂກແມນແຊັກ ລະບຸໃນລາຍງານວ່າ: ມາດຕະການປ້ອງກັນພະຍາດໂຄວິດ – 19 ຢ່າງເຂັ້ມງວດ ບວກກັບການຮັກສາໄລຍະຫ່າງທາງສັງຄົມ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ກິດຈະກຳທາງເສດຖະກິດ. ແນວໃດກໍຕາມ, ນັກເສດຖະສາດຄາດຄະເນວ່າ ປີ 2021 ເສດຖະກິດອາເມຣິກາຈະດີຂຶ້ນ ໂດຍຄາດວ່າຈະຂະຫຍາຍຕົວປະມານ 5,8%, ໃນຂະນະທີ່ອັດຕາວ່າງວຽກຂອງຄົນອາເມຣິກາໃນປີນີ້ຈະຢູ່ທີ່ປະມານ 9% ເຊິ່ງກ່ອນໜ້ານີ້ຄາດວ່າຈະມີຄົນວ່າງວຽກ ປະມານ 9,5%.

ແນວໃດກໍຕາມ, ໂກແມນແຊັກ ຍັງລະບຸວ່າ: ເສດຖະກິດຂອງອາເມຣິກາ ຈະຄ່ອຍໆຟື້ນຕົວຂຶ້ນ ຫຼັງຈາກທີ່ຫຼາຍເມືອງເລີ່ມຜ່ອນຜັນ. ນອກຈາກນີ້, ຫຼາຍໆປະເທດກໍເປີດໃຫ້ຫົວໜ່ວຍທຸລະກິດກັບມາດຳເນີນກິດຈະການອີກຄັ້ງ ຄວບຄູ່ໄປກັບການຮັກສາໄລຍະຫ່າງທາງສັງຄົມ ເຊິ່ງຄາດວ່າທ້າຍປີນີ້ ຫຼື ຕົ້ນປີໜ້າຈະເຫັນເສດຖະກິດຂອງອາເມຣິກາເລີ່ມດີຂຶ້ນ.