ອັນດັບ 3 ຂອງໂລກ! ອິນເດຍມີຜູ້ຕິດເຊື້ອໂຄວິດ-19 ເພິ່ມຂຶ້ນຕໍ່ເນື່ອງ

64

ລັດຖະບານອິນເດຍ ຢືນຢັນສະຖິຕິຜູ້ຕິດເຊື້ອໂຄໂຣນາສາຍພັນໃໝ່ໃນປະເທດເພິ່ມຂຶ້ນເປັນຢ່າງໜ້ອຍ 697.413 ຄົນ ຫຼາຍທີ່ສຸດໃນທະວີບອາຊີ ແລະ ແຊງໜ້າຣັສເຊຍ ຂຶ້ນໄປຢູ່ອັນດັບ 3 ຂອງໂລກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນຈັນ ທີ 6 ກໍລະກົດ ວ່າ ກະຊວງສາທາລະນະສຸກອິນເດຍ ອອກຖະແຫຼງການ ເມື່ອວັນຈັນ ເປັນການລາຍງານສະພາບການຂອງໂຄວິດ-19 ຂອງປະເທດໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນຜູ້ຕິດເຊື້ອໃໝ່ 24.248 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມຢ່າງໜ້ອຍ 697.413 ຄົນ ຫຼາຍທີ່ສຸດໃນທະວີບອາຊີ ແລະ ແຊງໜ້າປະເທດຣັສເຊຍ ຂຶ້ນໄປຢູ່ອັນດັບ 3 ຂອງໂລກ ໂດຍສະຖິຕິຜູ້ປ່ວຍສະສົມຂອງຣັສເຊຍ ມີຢ່າງໜ້ອຍ 681.251 ຄົນ ສ່ວນ ອັນດັບ 1 ແລະ 2 ເປັນສະຫະລັດ ແລະ ບຣາຊິລ ມີຜູ້ປ່ວຍສະສົມປະມານ 2,9 ລ້ານຄົນ ແລະ 1,6 ລ້ານຄົນ ຕາມລຳດັບ.

ຂະນະທີ່ ຜູ້ເສຍຊີວິດຈາກໂຄວິດ-19 ໃນປະເທດອິນເດຍ ໃນຮອບໜຶ່ງມື້ ຜ່ານມາ ມີ 425 ຄົນ ເພິ່ມ ສະຖິຕິຜູ້ປ່ວຍສະສົມຢ່າງໜ້ອຍ 19.693 ຄົນ ເປັນ 1 ໃນ 11 ປະເທດໃນໂລກ ທີ່ມີຜູ້ເສຍຊີວິດຈາກການຕິດເຊື້ອໂຄໂຣນາສາຍພັນໃໝ່ສະສົມຫຼາຍກວ່າ 10 ພັນຄົນ, ໂດຍອັນດັບ 1 ຍັງເປັນສະຫະລັດ ອາເມຣິກາ ປະມານ 1,32 ແສນຄົນ, ປະເທດບຣາຊິລ ປະມານ 64 ພັນຄົນ, ສະຫະຣາຊະອານາຈັກປະມານ 44 ພັນຄົນ ແລະ ອິຕາລີ ຢ່າງໜ້ອຍ 34.861 ຄົນ.

ປະເທດເມັກຊິໂກ ເສຍຊີວິດສະສົມຢ່າງໜ້ອຍ 30.639 ຄົນ, ຝຣັ່ງ 29.893 ຄົນ, ສະເປນ 28.385 ຄົນ, ອິຣານ 11.571 ຄົນ, ເປຣູ 10.589 ຄົນ ແລະ ຣັສເຊຍ 10.161 ຄົນ.