ເປີດນຳໃຊ້ທາງຟ້າງຸ່ມ, ທາງໄກສອນ ພົມວິຫານ ແລະ ສະໜາມຂີ້ເຫຍື້ອບ້ານຊອກ

199

ພິທີມອບ – ຮັບ ແລະ ເປີດນຳໃຊ້ທາງໄກສອນ ພົມວິຫານ, ທາງຟ້າງຸ່ມ ແລະ ສະໜາມຂີ້ ເຫຍື້ອບ້ານຊອກ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2020 ທີ່ສວນສາທາລະນະໄກສອນ ພົມວິຫານ ເຂົ້າຮ່ວນໃນພິທີມີ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງສະຫວັນນະເຂດ.

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ ກ່າວວ່າ: 3 ໂຄງການ ແມ່ນນອນໃນ 7 ໜ້າວຽກຫຼັກຂອງໂຄງການ GMS ເຊິ່ງເປັນໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ແລະ ທຶນສົມທົບຂອງລັດຖະບານລາວ ລວມມີມູນຄ່າທັງໝົດ 47,74 ລ້ານໂດລາ.

ສຳລັບໂຄງການກໍ່ສ້າງທາງໄກສອນ ພົມວິຫານ ມີຄວາມຍາວ 6.182 ແມັດ ມູນຄ່າ 7.546.207 ໂດລາ, ພື້ນໜ້າທາງປູດ້ວຍຢາງຂົ້ວຄວາມໜາ 7 ຊັງຕີແມັດ, ປະກອບມີ 4 ເລນ, ເບື້ອງລະ 2 ຊ່ອງຈໍລະຈອນ, ມີທາງລົດຈັກ ແລະ ລົດຖີບ ກວ້າງເບື້ອງລະ 1,5 ແມັດ ລວມຄວາມກວ້າງ 2 ເບື້ອງ 24 ແມັດ, ກໍ່ດອນກາງກວ້າງ 2,4 ແມັດ, ມີໜານປູກດອກໄມ້ໃຫ້ຟຸ່ມ ແລະ ປູກຫຍ້າ ລວມທັງໝົດ 432 ໜານ, ມີການຕິດຕັ້ງໄຟເຍືອງທາງທັງໝົດ 213 ຕົ້ນ ເປັນດອກຄູ່, ປູກໄມ້ແຄມທາງ 2 ເບື້ອງ, ມີທາງຍ່າງ 2 ເບື້ອງ, ມີວົງວຽນ 2 ຈຸດ ຄື: ວົງວຽນສັນຍະລັກອາຊຽນ ແລະ ວົງວຽນກະບອງ.

ພ້ອມນີ້, ຍັງມີໜ້າວຽກເພີ່ມອີກຄືທາງເຂົ້າສະໜາມບິນ ຄວາມຍາວ 730 ແມັດ ມູນຄ່າ 356.974 ໂດລາ, ປູຢາງຂົ້ວໜາ 5 ຊັງຕີແມັດ, ປະກອບມີເສົາໄຟ 17 ຕົ້ນ ແລະ ປູກຕົ້ນຈຳປາ 2 ຂ້າງທາງ ໂດຍແມ່ນ ບໍລິສັດ ລັດວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາ.

ສ່ວນໂຄງການກໍ່ສ້າງທາງຟ້າງຸ່ມ ມີຄວາມຍາວ 2.147 ແມັດ, ໜ້າທາງປູຢາງຂົ້ວໜາ 5 ຊັງຕີແມັດ ມູນຄ່າກໍ່ສ້າງ 2.289.611 ກວ່າໂດລາ, ຕິດຕັ້ງໄຟເຍືອງທາງແຂນດ່ຽວ 24 ຕົ້ນ, ແບບແຂນຄູ່ຢູ່ສວນ 46 ຕົ້ນ ປູກຕົ້ນໄມ້ພິກຸນສອງເບື້ອງ 240 ຕົ້ນ, ມີເນື້ອທີ່ສວນສາທາ 21.760 ຕາແມັດ, ມີຫ້ອງຂາຍເຄື່ອງທີ່ລະລຶກ ແລະເຄື່ອງດື່ມຂະໜາດ 7 x 12 ແມັດ, 1 ຫຼັງ ໃນສວນປະກອບມີຕົ້ນໄມ້ທັງໝົດ 345 ຕົ້ນ. ພ້ອມນັ້ນ, ກໍມີລານອະເນກປະສົງ, ວົງວຽນກອງ, ຫໍໂມງ ແລະ ປ້າຍຊື່ສວນອີກດ້ວຍ ເຊິ່ງຮັບເໝົາການກໍ່ສ້າງໂດຍບໍລິສັດຈຳປາຄຳກໍ່ສ້າງສ້ອມແປງຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ.

ສຳລັບໂຄງການສະໜາມຂີ້ເຫຍື້ອບ້ານຊອກ ເນື້ອທີ່ 10 ເຮັກຕາ ມູນຄ່າການກໍ່ສ້າງ 1.659.205 ໂດລາ.

ໂອກາດນີ້, ຄະນະປະທານກໍໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ພ້ອມທັງຕັດແຖບຜ້າເພື່ອເປັນສັນຍະລັກຂອງການມອບ – ຮັບ ແລະ ເປີດນຳໃຊ້ 3 ໂຄງການກໍ່ສ້າງດັ່ງກ່າວຢ່າງເປັນທາງການ.