ພິດໂຄວິດ ສົ່ງຜົນໃຫ້ເກີດການກີດກັນທາງການຄ້າເພີ່ມຂຶ້ນ

138

ກຸ່ມໂກບອລ ເທຣດ ອາເລີຣ໌ທ ເຊິ່ງເປັນອົງການເຝົ້າລະວັງການຄ້າຕ່າງປະເທດໃນສະວິດເຊີແລນ ໄດ້ເຜີຍແຜ່ບົດລາຍງານເມື່ອວັນທີ 29 ມິຖຸນາຜ່ານມາ ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ເກີດການກີດກັນທາງການຄ້າໂລກເພີ່ມສູງຂຶ້ນ, ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ຫົດຫາຍໄປ ແລະ ລະບຸວ່າການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ທີ່ຈະມີຂຶ້ນໃນທ້າຍປີນີ້ ຈະເປັນຫົວລ້ຽວຫົວຕໍ່ທີ່ສຳຄັນຂອງການຄ້າໂລກໃນອະນາຄົດ.

ລາຍງານລະບຸວ່າ: ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ບັນດາປະເທດໃນໂລກ ໄດ້ປະກາດໃຊ້ມາດຕະການຈຳກັດທາງການຄ້າຫຼາຍກວ່າ 222 ມາດຕະການ ໂດຍສ່ວນໃຫຍ່ເປັນການຈຳກັດການສົ່ງອອກເວດສະພັນ ( ອຸປະກອນ ) ແລະ ຢາປິ່ນປົວພະຍາດ ລວມເຖິງອາຫານ ໂດຍຊີ້ໃຫ້ເຫັນວ່າມາດຕະການກີດກັນການສົ່ງອອກເວດສະພັນມີຫຼາຍທີ່ສຸດ ເພີ່ມຂຶ້ນເຖິງ 20 ເທົ່າຕົວ ຫາກທຽບໃສ່ກ່ອນໜ້ານີ້.

ລາຍງານຍັງລະບຸອີກວ່າ: ເຖິງແມ່ນວ່າມາດຕະການເຫຼົ່ານັ້ນຈະຖືກຍົກເລີກໄປແລ້ວ ແຕ່ການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງເຮັດໃຫ້ກະແສກີດກັນທາງການຄ້າຍິ່ງເຂັ້ມງວດຂຶ້ນ ດ້ວຍການເຮັດໃຫ້ຂໍ້ໂຕ້ແຍ່ງຂອງລັດທິກີດກັນທາງການຄ້າມີເຫດຜົນທີ່ເປັນຮູບປະທຳຫຼາຍຂຶ້ນ ຈາກການຂາດແຄນອາຫານ ແລະ ເວດສະພັນທີ່ຈຳເປັນ ລວມທັງກາຍເປັນການຄຸກຄາມຕໍ່ການຈ້າງງານຫຼາຍຂຶ້ນ.

ລາຍງານສະບັບນີ້ຍັງໄດ້ຍົກຕົວຢ່າງຄວາມຂັດແຍ່ງດ້ານການຄ້າລະຫວ່າງສະຫະລັດອາເມຣິກາ ກັບ ສປ ຈີນ ທີ່ເພີ່ມທະວີ ຄວາມຮຸນແຮງຂຶ້ນໃນໄລຍະເກີດການລະບາດຂອງພະຍາດໂຄ ວິດ – 19. ນອກນັ້ນ, ຍັງມີຄວາມຂັດແຍ່ງເລື່ອງການເຂົ້າເຖິງຕະຫຼາດຈີນ ລະຫວ່າງ ເອີຣົບ ກັບ ຈີນ ອີກ.