ກຳປູເຈຍ ທຳລາຍຢາເສບຕິດ ເກືອບ 500 ກິໂລກຣາມ

190

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 26 ມິຖຸນາ ເປັນວັນຕໍ່ຕ້ານຢາເສບຕິດໂລກ, ກຳປູເຈຍ ໄດ້ເຜົາທຳລາຍຢາເສບຕິດ ຈຳນວນ 477,7 ກິໂລກຣາມ ໂດຍການເຂົ້າຮ່ວມຂອງ ທ່ານ ແກກີມຍານ ຮອງນາຍົກລັດຖະມົນຕີ ກຳປູເຈຍ ເຊິ່ງໜ່ວຍງານຕໍ່ຕ້ານຢາເສບຕິດແຫ່ງຊາດ ໄດ້ຈູດໄຟເຜົາທຳລາຍຢາເສບຕິດທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ.

ຢາເສບຕິດທີ່ຖືກເຜົາທຳລາຍໃນຄັ້ງນີ້ ລວມມີ: ຢາບ້າ, ຢາອີ, ເຮໂຣອິນ ແລະ ຢາເສບຕິດອື່ນໆ ເຊິ່ງຢຶດມາໄດ້ເມື່ອປີຜ່ານມາໃນລະຫວ່າງການປາບປາມຢາເສບຕິດໃນນະຄອນຫຼວງພະນົມເປັນ, ແຂວງກັນດາລ, ແຂວງກຳປັງສະປື ແລະ ແຂວງຕາແກ້ວ.

ທ່ານ ແກກີມຍານ ກ່າວວ່າ: ນັບແຕ່ເດືອນມັງກອນ – ເດືອນພຶດສະພາຜ່ານມາ ທາງການກຳປູເຈຍ ສາມາດຈັບກຸມຜູ້ຖືກສົງໄສທີ່ກ່ຽວຂ້ອງກັບຢາເສບຕິດໄດ້ 8.927 ຄົນ ໃນ 4.510 ຄະດີ, ການເຜົາທຳລາຍຢາເສບຕິດໃນຄັ້ງນີ້ ເປັນການສະແດງໃຫ້ເຫັນວ່າລັດຖະບານກຳປູເຈຍ ໄດ້ເອົາໃຈໃສ່ໃນການປາບປາມຢາເສບຕິດທຸກປະເພດ ແລະ ຈະບໍ່ພຽງແຕ່ຢຶດຢາເສບຕິດ ເພື່ອທຳລາຍເທົ່ານັ້ນ ແຕ່ຍັງຈະຢຶດຊັບສິນຂອງອາດຊະຍາກຳດັ່ງກ່າວອີກ.