ກ້າວຂຶ້ນອີກຂັ້ນ! ເຂົ້າກາພະຍານາກ ກຽມພ້ອມສົ່ງສູ່ຕະຫຼາດຈີນ 200 ໂຕນ ໃນປີໜ້າ

252

ໂຮງສີເຂົ້າສຸທັດ ເຊິ່ງເປັນຜູ້ຜະລິດ ແລະ ສະໜອງເຂົ້າ “ ກາພະຍານາກ ” ຢູ່ຕະຫຼາດພາຍໃນ 300 ໂຕນຕໍ່ເດືອນ. ປັດຈຸບັນກ້າວຂຶ້ນມາອີກຂັ້ນກຽມພ້ອມສົ່ງໄປຕະຫຼາດ ສປ ຈີນ ຈຳນວນ 200 ໂຕນ ພາຍໃນປີ 2021 ລໍຖ້າພຽງສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ຜ່ອນຄາຍລົງແລ້ວກໍດຳເນີນການໄດ້ເລີຍ.

ອີງຕາມການເປີດເຜີຍຂອງ ທ່ານ ສຸທັດ ແກ້ວດວງສີ ເຈົ້າຂອງໂຮງສີເຂົ້າສຸທັດ ຕໍ່ທີມຂ່າວໜັງສືພິມເສດຖະກິດ – ການຄ້າ ວ່າ: ໃນປີ 2019 ໂຮງສີເຂົ້າສຸທັດ ໄດ້ເຊັນສັນຍາ ເພື່ອສົ່ງເຂົ້າໄປ ສປ ຈີນ. ມາຮອດປັດຈຸບັນໂຮງສີເຂົ້າພວກເຮົາ ແມ່ນມີຄວາມພ້ອມທີ່ຈະສົ່ງເຂົ້າຈ້າວ ຈຳນວນ 200 ໂຕນ ໄປຍັງ ສປ ຈີນ ຕາມການສັ່ງຊື້ຂອງຕະຫຼາດຈີນ ແລະ ຍັງມີແຜນຮອງຮັບການສົ່ງອອກເພີ່ມຂຶ້ນ. ພາຍຫຼັງທີ່ໄດ້ເອົາຕົວຢ່າງເຂົ້າທີ່ຈະສົ່ງອອກໄປກວດຢູ່ຕ່າງປະເທດ ຖືວ່າຜ່ານການກວດກາຄຸນນະພາບຮຽບຮ້ອຍແລ້ວ ເຊິ່ງເປັນເຂົ້າມຸ່ນ 5% ໝາຍຄວາມວ່າ “ ເຂົ້າ 100 ເມັດໃດ ມີເມັດຫັກ 5 ເມັດ ”.

ທ່ານ ສຸທັດ ແກ້ວດວງສີ ກ່າວຕື່ມວ່າ: ສຳລັບໂກຕາເຂົ້າ 200 ໂຕນ ທີ່ຈະສົ່ງເປັນຍັງ ສປ ຈີນ ນັ້ນ ເປັນຂັ້ນທົດລອງເບິ່ງກ່ອນ ຖ້າຫາກວ່າທຸກຢ່າງເປັນໄປຕາມແຜນ ແລະ ເປົ້າໝາຍແມ່ນຈະເພີ່ມໂກຕາສົ່ງອອກໃຫ້ຫຼາຍຂຶ້ນ. ຄາດວ່າໃນຕົ້ນປີ 2021 ແມ່ນຈະໄດ້ສົ່ງອອກ ຖ້າຫາກວ່າສະຖານະການກັບຄືນສູ່ປົກກະຕິ.

ໃນປັດຈຸບັນ ໂຮງສີເຂົ້າສຸທັດ ໄດ້ສະໜອງເຂົ້າອອກສູ່ຕະຫຼາດພາຍໃນ 300 ໂຕນຕໍ່ເດືອນ ແຕ່ຍັງພົບວ່າຄວາມຕ້ອງຍັງສູງຂຶ້ນເລື້ອຍໆ ເນື່ອງຈາກຜູ້ບໍລິໂພກສ່ວນໃຫຍ່ຫັນມາຊົມໃຊ້ເຂົ້າ ກາພະຍານາກຫຼາຍກວ່າເຂົ້າທີ່ນຳມາຈາກຕ່າງປະເທດ ໂດຍສະເພາະເຂົ້າໄທ ແລະ ຫວຽດນາມ ສ່ວນສາເຫດທີ່ເຮັດໃຫ້ຄົນລາວມາບໍລິໂພກເຂົ້າກາພະຍານາກ ຍ້ອນວ່າລົດຊາດແຊບ, ກິ່ນຫອມ, ເມັດອ່ອນນຸ້ມ ແລະ ລາຄາບໍ່ແພງ ໂດຍສະເລ່ຍຖືກກວ່າເຂົ້າທີ່ນຳເຂົ້າມາຈາກຕ່າງປະເທດ ປະມານ 2 – 3 ພັນກີບ, “ ທ່ານ ສຸທັດ ແກ້ວດວງສີ ກ່າວ ”.

ທ່ານເຈົ້າຂອງໂຮງສີເຂົ້າກ່າວຕື່ມວ່າ: ສຳລັບການສະໜອງເຂົ້າສານສູ່ຕະຫຼາດພາຍໃນນະຄອນຫຼວງວຽງຈັນ ສະເລ່ຍກວມເອົາເຂົ້າຈ້າວ 50% ແລະ ເຂົ້າໜຽວ 30%. ສ່ວນການຈຳໜ່າຍ ແມ່ນໄດ້ເຮັດເປັນ 4 ຂະໜາດຄື: 48 ກິໂລ, 12 ກິໂລ, 5 ກິໂລ ແລະ 1 ກິໂລ ແລະ ກຳລັງຈະເພີ່ມຂະໜາດ ເຄິ່ງໂລ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ສາມາດນຳໄປວາງຂາຍຕາມຮ້ານສະດວກຊື້ ແລະ ຮ້ານຊຸບເປີມາເກັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມໃຊ້ ແລະ ເປັນທາງເລືອກທີ່ຫຼາກຫຼາຍກວ່າເກົ່າ.
ແນວໃດກໍຕາມ, ເພື່ອເຮັດໃຫ້ການສະໜອງຜະລິດຕະພັນເຂົ້າຢູ່ພາຍໃນໃຫ້ພຽງພໍຕໍ່ກັບຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ສົ່ງອອກໃຫ້ເພີ່ມຂຶ້ນຕ້ອງປຸກລະດົມໃຫ້ປະຊາຊົນເຮັດການຜະລິດເຂົ້າໃຫ້ຫຼາຍຂຶ້ນ. ພ້ອມດຽວກັນ, ພາກລັດຕ້ອງຊ່ວຍເຫຼືອໃນການສະໜອງນ້ຳ ຮັບປະກັນໃຫ້ການຜະລິດເຂົ້າໄດ້ 2 ລະດູ ຫຼື 3 ລະດູ, “ ທ່ານ ສຸທັດ ແກ້ວດວງສີ ກ່າວ ”.

ສິ່ງໜຶ່ງທີ່ສຳຄັນສຸດສຳລັບການຜະລິດເຂົ້າ ແລະ ຂອດການສົ່ງອອກ ອີງຕາມກົດໝາຍຄວາມປອດໄພດ້ານອາຫານທີ່ ສປ ຈີນ ປະກາດໃຊ້ໃນປີ 2012 ທີ່ກຳນົດໄວ້ວ່າເຂົ້າທີ່ຈະນຳໄປຈີນ ຕ້ອງຜ່ານການຢັ້ງຢືນມາດຕະຖານ ຄວາມປອດໄພດ້ານອາຫານຈາກອົງກອນຄວບຄຸມກວດສອບ ແລະ ກັກກັນພືດ ແລະ ສັດ ແຫ່ງ ສປ ຈີນ ( AQSIQ ). ລາຍການກວດສອບ ເພື່ອອອກໃບຢັ້ງຢືນມາດຕະຖານເຂົ້າ ທີ່ນຳເຂົ້າ ສປ ຈີນ ( ໃບຢັ້ງຢືນ AQSIQ ) ໄດ້ສະແດງຢູ່ໃນຕາຕະລາງ ດັ່ງລຸ່ມນີ້.