ເພີ່ມການອຳນວຍຄວາມສະດວກດ້ານການຕ້ອງ ປະຕິບັດ 8 ໜ້າວຽກນີ້ຮ່ວມກັນ

161

ກອງປະຊຸມທົບທວນຄືນການດຳເນີນງານອຳນວຍ ຄວາມສະດວກທາງດ້ານການຄ້າ 2017 – 2020 ແລະ ຜົນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 12/ນຍ ເຜີຍໃຫ້ເຫັນວ່າ ການອໍານວຍຄວາມສະດວກທາງການຄ້າຢູ່ທ້ອງຖິ່ນ ຍັງມີຫຼາຍຂອດທີ່ເປັນສິ່ງອັດຕັນສຳລັບພາກທຸລະກິດ ເພື່ອແກ້ໄຂບັນຫາດັ່ງກ່າວເຈົ້າໜ້າທີ່ບັນດາແຂວງຕ້ອງກໍາໄດ້ 8 ຂໍ້ ເພື່ອປົດລັອກທາງການຄ້າ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າກອງເລຂາຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ກ່າວໃນກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ໄລຍະກາງສະໄໝ (3 ປີຜ່ານມາ) ແລະ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 12/ນຍ ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວວ່າ: ສະພາບການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ໃນໄລຍະຜ່ານມາ ພາຍຫຼັງມີຄໍາສັ່ງ ເລກທີ 12/ນຍ ເຫັນວ່າວຽກງານອໍານວຍຄວາມສະດວກທາງດ້ານການຄ້າໄດ້ຮັບໝາກຜົນໃນຫຼາຍດ້ານ ເປັນຕົ້ນແມ່ນ: ໄດ້ສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ ແລະ ໄດ້ສໍາເລັດການຂຶ້ນແຜນກິດຈະກໍາ ແລະ ງົບປະມານ ເພື່ອຈັດກອງປະຊຸມປຶກສາຫາລືຊອກຫາຊ່ອງທາງຫຼຸດຜ່ອນຂັ້ນຂອດທີ່ເປັນອຸປະສັກຕໍ່ການຄ້າຂັ້ນທ້ອງຖິ່ນ.

ແຕ່ເຖິງຢ່າງໃດກໍຕາມ, ກໍຍັງມີບາງບັນຫາເກີດຂຶ້ນເປັນໄລຍະທີ່ບໍ່ໄດ້ຮັບການແກ້ໄຂຢ່າງຖ່ວງທັນ ເຊັ່ນ: ຜູ້ປະກອບການຍັງພົບຄວາມຫຍຸ້ງຍາກໃນການດໍາເນີນຂັ້ນຕອນປະກອບເອກະສານໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການປະກອບເອກະສານຢູ່ບາງແຂວງແມ່ນຜ່ານຫຼາຍຂະແໜງການຄຸ້ມຄອງ, ມີນິຕິກໍາເປັນບ່ອນອີງຂອງໃຜລາວ ແລະ ບັນຫາການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ຕາມເສັ້ນທາງກໍຍັງປາກົດມີຢູ່ ສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້າຂອງພາກທຸລະກິດ.

ເພື່ອເປັນການຜັນຂະຫຍາຍວຽກງານອຳນວຍ ຄວາມສະດວກທາງດ້ານການຄ້າ ກໍຄືຈັດຕັ້ງຜັນຂະຫຍາຍແຜນດຳເນີນງານວຽກງານອຸດສາຫະກຳ ແລະ ການຄ້າ 2017 – 2022 ໃຫ້ມີປະສິດທິຜົນສູງສຸດ, ທ່ານຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ໄດ້ໃຫ້ທິດຊີ້ນໍາຕໍ່ກັບທິດທາງໃນການແກ້ໄຂບັນຫາໃນຕໍ່ໜ້າ ຄື:

1) ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 12/ນຍ ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ – ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ.

2) ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການປັບປຸງວຽກງານອຳນວຍ ຄວາມສະດວກໃນການດຳເນີນທຸລະກິດ ( EDB ) ທີ່ຕິດພັນກັບຕົວຊີ້ວັດທີ 8 ( ການຄ້າລະຫວ່າງປະເທດ ) ໃຫ້ສາມາດປັບປຸງໃຫ້ດີຂຶ້ນໃນປີ 2020 ແລະ ແຜນດຳເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ໄລຍະປີ 2017 – 2022 ໃຫ້ສໍາເລັດຕາມແຜນການ ແລະ ເປົ້າໝາຍທີ່ໄດ້ກໍານົດໄວ້ ເຊິ່ງແມ່ນກະຊວງ ອຄ ເປັນເຈົ້າການ.

3) ສືບຕໍ່ຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ຂອງອົງການການຄ້າໂລກ ( WTO, TFA ) ໂດຍສະເພາະບັນດາມາດຕະການໃນໝວດ A ແລະ B ແລະ C ໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ແຈ້ງໃຫ້ກອງເລຂາ WTO ເປັນຕົ້ນການທົບທວນຄືນການຈັດຕັ້ງປະຕິບັດບັນດາໝວດ A, B ໃຫ້ໄດ້ເຕັມສ່ວນ ແລະ ຈັດຕັ້ງບັນດາມາດຕະການໃນໝວດ C ທີ່ໄດ້ຂໍການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ວິຊາການໃຫ້ໄດ້ຕາມເປົ້າໝາຍ.

4) ຊຸກຍູ້ໃຫ້ຂະແໜງການຕ່າງໆທັງຂັ້ນສູນກາງ ແລະ ທ້ອງຖິ່ນ ສ້າງມາດຕະຖານການບໍລິການ, ຈັດພິມເຜີຍແຜ່ກ່ຽວກັບຂັ້ນຕອນ, ເອກະສານທີ່ຕ້ອງການ ແລະ ຂອບເຂດເວລາໃນການໃຫ້ບໍລິການ ເຜີຍແຜ່ລົງໃນສູນຂໍ້ ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ແລະ ເວັບໄຊ ຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງເຜີຍແຜ່ໃນແຕ່ລະແຂວງ ແລະ ດ່ານຊາຍແດນໃນຂອບເຂດທົ່ວປະເທດ.

5) ຈັດກອງປະຊຸມວິຊາການ ແລະ ການຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດ ກ່ຽວກັບການຈັດຕັ້ງປະຕິບັດນິຕິກຳ, ນະໂຍບາຍຕ່າງໆ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບພາກລັດ ແລະ ພາກທຸລະກິດໃນນະຄອນຫຼວງ ແລະ ແຂວງຕ່າງໆ. ສືບຕໍ່ທົບທວນ ແລະ ປະເມີນຜົນກະທົບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ( NTMs ) ແລະ ສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງແຜນປັບປຸງໃຫ້ມີຄວາມສອດຄ່ອງກັບນະໂຍບາຍທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ.

6) ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ພັດທະນາ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ທັນສະໄໝ ແລະ ຍືນຍົງ.

7) ປັບປຸງປຶ້ມແຜນການດຳເນີນງານວຽກງານອຳນວຍ ຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017 – 2022.

8) ສືບຕໍ່ເຈລະຈາກັບປະເທດເພື່ອນບ້ານໃນການຈັດຕັ້ງປະຕິບັດການຄ້າຊາຍແດນ, ການຄ້າສອງຝ່າຍ ເພື່ອອຳນວຍຄວາມສະດວກໃນການສົ່ງອອກສິນຄ້າເຂົ້າສູ່ຕະຫຼາດປະເທດເພື່ອນບ້ານ.

ກອງປະຊຸມຈັດຂຶ້ນໃນວັນທີ 11 ມິຖຸນາ 2020 ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ສຸລິຍົນ ພິລາວົງ, ມີບັນດາຄະນະຕາງໜ້າຈາກພະແນກ ອຄ 8 ແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ 47 ທ່ານ.

ຂ່າວຈາກ: ກົມການນຳເຂົ້າ ແລະ ສົ່ງອອກ