ຊົມເຊີຍ! ເຢຍລະມັນ ສືບຕໍ່ສະໜັບສະໜູນວຽກງານປ່າໄມ້, ການປ້ອງກັນດິນຟ້າອາກາດໃນລາວ

122

ເພື່ອຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງ ສປປ ລາວ ຜ່ານທາງການປັບປຸງການຄຸ້ມຄອງບໍລິຫານ ແລະ ການຄຸ້ມຄອງພູມມິທັດປ່າໄມ້ແບບຍືນຍົງ ລັດຖະບານເຢຍລະມັນຈະສືບຕໍ່ ໃຫ້ທຶນສະໜັບສະໜູນວຽກງານປ່າໄມ້, ການປ້ອງກັນດິນຟ້າອາກາດໃນລາວ ມູນຄ່າ 22,6 ລ້ານເອີໂຣ.

ໃນວັນທີ 17 ມິຖຸນາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມ ວ່າດ້ວຍການຈັດຕັ້ງປະຕິບັດດ້ານວິຊາການ ໂດຍ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ແລະ GIZ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ເຢັນ ລູກເກິນແຮມ (Jens Lotkenherm), ເອກອັກຄະລັດຖະທູດເຢຍລະມັນ ປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ລັດຖະບານລາວ ແລະ ເຢຍລະມັນ ໄດ້ຕົກລົງເຫັນດີ ຈັດຕັ້ງປະຕິບັດ ໂຄງການ “ປ້ອງກັນດິນຟ້າອາກາດ ໂດຍຫຼີກລ່ຽງການທໍາລາຍປ່າໄມ້ (CliPAD)” ໄລຍະໃໝ່ ແລະ ແຜນງານ “ການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້, ການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (1-GFLL)”.

ພາບປະກອບຂ່າວເທົ່ານັ້ນ

ສັນຍາສະບັບນີ້ ມີການປະກອບສ່ວນຂອງ ລັດຖະບານເຢຍລະມັນ ມູນຄ່າ 6,5 ລ້ານເອີໂຣ ແລະ ການປະກອບສ່ວນຮ່ວມສະໜອງທຶນຂອງກອງທຶນດິນຟ້າອາກາດສີຂຽວ (GCF) ມູນຄ່າ 16.140.000 ເອີໂຣ ໂດຍການສະໜອງຜ່ານ GIZ ຈຸດປະສົງເພື່ອຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຂອງ ສປປ ລາວ ຜ່ານທາງການປັບປຸງການຄຸ້ມຄອງບໍລິຫານ ແລະ ການຄຸ້ມຄອງພູມີທັດປ່າໄມ້ແບບຍືນຍົງ.