ກະຊວງສຶກສາທິການສະຫະຣາຊອານາຈັກ ຕັດສິນໃຈເລື່ອນການຮຽນການສອນຊັ້ນປະຖົມ

80

ກະຊວງສຶກສາທິການຂອງສະຫະຣາຊອານາຈັກຕັດສິນໃຈເລື່ອນແຜນການກັບມາເປີດການຮຽນການສອນ “ເຕັມຮູບແບບ” ສຳລັບຊັ້ນປະຖົມຈາກກຳນົດການເກົ່າແມ່ນພາຍໃນທ້າຍເດືອນສິງຫາ ອອກໄປກ່ອນ ເນື່ອງຈາກສະຖານະການໂຄວິດ-19 ພາຍໃນປະເທດຍັງວິກິດຢູ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ສະຫະຣາຊອານາຈັກ ເມື່ອວັນພຸດ ທີ 10 ມິຖຸນາ ວ່າ ທ່ານກາວິນ ວິນລຽມສັນ ລັດຖະມົນຕີກະຊວງສຶກສາທິການແຫ່ງສະຫະຣາຊອານາຈັກ ຖະແຫຼງໃນກອງປະຊຸມສະພາສາມັນ ເມື່ອວັນອັງຄານ ຜ່ານມາ ໂດຍຍົກເລີກແຜນທີ່ຈະກັບມາເປີດການຮຽນການສອນ ຢ່າງເຕັມຮູບແບບ ໃນຫ້ອງຮຽນສຳລັບເດັກອາຍຸ 5 ຫາ 11 ປີ ເຊິ່ງເຄີຍກຳນົດໄວ້ພາຍໃນທ້າຍເດືອນສິງຫາ ນີ້ ເນື່ອງຈາກສະຖານະການໂຄວິດ-19 ໃນປະເທດຍັງວິກິດ.

ທັງນີ້ ທ່ານວິລລຽມສັນ ກ່າວວ່າ ກະຊວງສຶກສາທິການຈະປະກາດກຳນົດການກ່ຽວກັບເລື່ອງນີ້ອີກຄັ້ງ ເນື່ອງຈາກປັດຈຸບັນກຳລັງປຶກສາຫາລືກັບທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອກຳນົດແນວທາງປະຕິຮູບດ້ານສາທາລະນະສຸກ ເພື່ອສ້າງຄວາມປອດໄພໃຫ້ແກ່ບຸກຄະລາກອນ ແລະ ເດັກນ້ອຍ ເຊັ່ນມາດຕະການຮັກສາໄລຍະຫ່າງທາງສັງຄົມ ແຕ່ວ່າຍັງບໍ່ທັນລົງເລິກໃນລາຍລະອຽດເທື່ອ.

ທ່າທີຂອງລັດຖະບານສະຫະຣາຊອານາຈັກມີຂື້ນໃນຂະນະທີ່ໂຮງຮຽນຈຳນວນໜຶ່ງໄດ້ກັບຄືນມາຈັດການຮຽນການສອນໃນຫ້ອງຮຽນຕັ້ງແຕ່ຕົ້ນເດືອນນີ້ ແຕ່ບັນຍາກາດໂດຍລວມຍັງດຳເນີນແບບມີຂໍ້ຈຳກັດພາຍໃຕ້ເງື່ອນໄຂທີ່ເຄັ່ງຄັດດ້ານສາທາລະນະສຸກຫຼາຍຂໍ້ ແລະ ມີລາຍງານວ່າໂຮງຮຽນຫຼາຍແຫ່ງຍັງໃຊ້ວິທີສອນແບບອອນລາຍ.

ຂະນະທີ່ ລາຍງານໂດຍສຳນັກງານສະຖິຕິແຫ່ງຊາດຂອງສະຫະຣາຊອານາຈັກ ເປີດເຜີຍຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ໃນປະເທດ ທັງໄດ້ຮັບການຢືນຢັນແລ້ວ ແລະ ມີທ່າອ່ຽງສູງ ທີ່ຈະມີຢ່າງໜ້ອຍ 50.107 ຄົນ. ຢ່າງໃດກໍ່ດີ, ສະຖິຕິຈາກກະຊວງສາທາລະນະສຸກທີ່ຢືນຢັນຈຳນວນຜູ້ເສຍຊີວິດ “ຢ່າງເປັນທາງການ” ສະເພາະຜູ້ທີ່ກວດພົບເຊື້ອມີຢ່າງໜ້ອຍ 40.883 ຄົນ ຈາກຈຳນວນຜູ້ປ່ວຍສະສົມ ເກືອບ 2,9 ແສນຄົນ.