ແຕ່ງຕັ້ງໃໝ່ 5 ຕຳແໜ່ງໃນຄະນະຄຸ້ມຄອງດ່ານສາກົນລະໄລ

180

ມາເປັນຊ່ວງໆ ສຳລັບການຊັບຊ້ອນການຈັດຕັ້ງໃໝ່ໃນບັນດາດ່ານສາກົນທົ່ວປະເທດ ຫຼ້າສຸດນີ້ແມ່ນຢູ່ດ່ານສາກົນລະໄລ ແຂວງສາລະວັນ ໄດ້ແຕ່ງຕັ້ງໃໝ່ 5 ຕຳແໜ່ງໃນຄະນະຄຸ້ມຄອງ ເມື່ອວັນທີ 9 ມີຖຸນານີ້ທີ່ສະໂມສອນແຂວງ.

ພິທີປະກາດກົງຈັກການຈັດຕັ້ງຄະນະຄຸ້ມຄອງດ່ານຊາຍແດນສາກົນລະໄລ ແມ່ນແນໃສ່ປັບປຸງລະບົບການຈັດຕັ້ງໃນການຄຸ້ມຄອງດ່ານສາກົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງປະຕິບັດໜ້າທີ່ ແລະ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງດ່ານຊາຍແດນສາກົນ ຈາກສູນກາງ ແລະ ພາກສ່ວນຈາກກົມ, ກະຊວງ ທີ່ກ່ຽວຂ້ອງ ຕະຫຼອດຮອດກອງບັນຊາການ ປກສ ແຂວງ, ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.


ໃນພິທີໄດ້ຜ່ານຂໍ້ຕົກສະບັບຕ່າງໆ ມີຄື:
1, ຂໍ້ຕົກລົງສະບັບເລກທີ 2882/ປກສ ລົງວັນທີ 31 ທັນວາ 2019 ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂື້ນກັບກອງບັນຊາການ ປກສ ແຂວງສາລະວັນ, ແຕ່ງຕັ້ງ #ທ່ານ ພັຕ ບຸນປອນ ບຸບຜາວັນ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນລະໄລ
2, ຂໍ້ຕົກລົງເລກທີ 2872/ປກສ, ລົງວັນທີ 31 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ, ແຕ່ງຕັ້ງ #ທ່ານ ພັທ ວົງພະຈັນ ລາດຊະວົງ ເປັນຫົວໜ້າດ່ານ ຕມ ສາກົນ ລະໄລ.

3, ຂໍ້ຕົກລົງຂອງກະຊວງການເງິນ ເລກທີ 2239/ກງ ລົງວັນທີ 15 ກໍລະກົດ 2019 ວ່າດ້ວຍການແຕ່ງຕັ້ງພະນັກງານກົມພາສີ, ກະຊວງການເງິນ ເຂົ້າໃນຄະນະຄຸ້ມຄອງດ່ານຊາຍແດນສາກົນ, ໂດຍແຕ່ງຕັ້ງ #ທ່ານ ສຸລັດ ອິນທະວົງ ເປັນຫົວໜ້າດ່ານພາສີສາກົນລະໄລ ກອງຄຸ້ມຄອງພາສີ VII.
4. ຂໍ້ຕົກລົງຂອງເຈົ້າແຂວງໆສາລະວັນ ສະບັບເລກທີ 268/ຈຂ.ສວ ລົງວັນທີ 28 ເມສາ 2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄຸ້ມຄອງດ່ານສາກົນລະໄລ ເຫັນດີແຕ່ງຕັ້ງ #ທ່ານ ສຳເລັດ ອິນທະວົງ ເປັນຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນລະໄລ

ຮູບປະກອບຂ່າວ

  1. ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 4314/ກປ ລົງວັນທີ 12 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງພະນັກງານເຂົ້າໃນວຽກງານຄຸ້ມຄອງດ່ານຊາຍແດນ ເຫັນດີແຕ່ງຕັ້ງ #ທ່ານ ສຳລານ ວົງສະກຸນ ເປັນຫົວໜ້າວຽກງານກັກກັນພຶດ ແລະ ສັດ ເປັນຜູ້ຕາງໜ້າຮັບຜິດຊອບວຽກງານກັກກັນພຶດ ແລະ ສັດ, ອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່ ເຂົ້າໃນຄະນະຄຸ້ມຄອງດ່ານຊາຍແດນສາກົນລະໄລ.
    ຈາກນັ້ນໃນພິທີກໍ່ໄດ້ມີການປະກອບຄຳຄິດເຫັນໃສ່ ແລະ ຊີ້ແຈງຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ກໍ່ຄືການປັບປຸງການຈັດຕັ້ງຄະນະຄຸ້ມຄອງດ່ານຊາຍແດນສາກົນລະໄລ ຕື່ມອີກ.

ຮູບປະກອບຂ່າວ

ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ກໍ່ໄດ້ມີຄຳເຫັນຕໍ່ກັບການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ໄດ້ເນັ້ນໜັກ 5 ບັນຫາໃຫຍ່ທີ່ສຳຄັນ ເປັນຕົ້ນ: ຄະນະຄຸ້ມຄອງດ່ານ, ພະນັກງານ, ເຈົ້າໜ້າທີ່ ຕ້ອງເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນໃຫ້ຫຼາຍຂຶ້ນ ໃນດ້ານການຈັດຕັ້ງ, ສິດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນແມ່ນດຳລັດ 558/ລບ ແລະ ສືບຕໍ່ຜັນຂະຫຍາຍດຳລັດດັ່ງກ່າວ ເປັນສະເພາະຂອງຕົນເອງ ເພື່ອແນໃສ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຕ້ອງປັບປຸງດ້ານແບບແຜນການນຳພາ, ການເຮັດວຽກ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ພະນັກງານ ແລະ ການພັດທະນາພື້ນຖານໂຄງລ່າງຂອງດ່ານຊາຍແດນສາກົນລະໄລ ແນໃສ່ອຳນວຍຄວາມສະດວກ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະໃໝ່ນີ້ ໃຫ້ສຳເລັດດ້ວຍດີ.
ຂ່າວພາບ: ວິໄລວອນ ສິດທິໄຊ ຈາກສາລະວັນ