ບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ເປັນຮອງເລຂາຄະນະພັກ ຫສນຍ

452

ໃນຕອນເຊົ້າ ຂອງວັນທີ 5 ມິຖຸນາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ສະຫຼຸບວຽກງານ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ພາຍໃຕ້ການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ ຫສນຍ; ມີບັນດາສະຫາຍ ຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ສຳລັບການປະກາດການຈັດຕັ້ງຄັ້ງນີ້, ສະຫາຍ ຄົມສັນ ໄຊຍະສານ, ກຳມະການຄະນະພັກ ຫສນຍ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ກຳມະການຄະນະພັກ ຫສນຍ ປະກອບມີ: ບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງລັດຖະມັນຕີ, ຮອງຫົວໜ້າຫ້ອງວ່າການ ເປັນຮອງເລຂາຄະນະພັກ ຫສນຍ, ສະຫາຍ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ເປັນກຳມະການຄະນະພັກ ຫສນຍ; ພ້ອມທັງ ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຄື: ສັບຊ້ອນພະນັກງານຂັ້ນຮອງກົມ ຈຳນວນ 2 ທ່ານ; ແຕ່ງຕັ້ງຮັກສາການຫົວໜ້າພະແນກ ເປັນຫົວໜ້າພະແນກ ຈຳນວນ 2 ທ່ານ; ແຕ່ງຕັ້ງຮອງຫົວໜ້າພະແນກ ເປັນຫົວໜ້າພະແນກ ຈຳນວນ 1 ທ່ານ; ແຕ່ງຕັ້ງຮອງຫົວໜ້າພະແນກ ເປັນຮັກສາການຫົວໜ້າພະແນກ ຈຳນວນ 2 ທ່ານ; ແຕ່ງຕັ້ງວິຊາການ ເປັນຮອງຫົວໜ້າພະແນກ ຈຳນວນ 11 ທ່ານ.


ສຳລັບການສະຫຼຸບວຽກງານ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ເຫັນວ່າ: ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກອບມີ 2 ຄະນະພັກຮາກຖານ ແລະ 6 ໜ່ວຍພັກຂຶ້ນກັບ. ຜ່ານການກວດກາ, ປະເມີນຜົນບັນດາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະເພາະ ບັນດາຂໍ້ແຂ່ງຂັນຂອງແຕ່ລະພາກສ່ວນ ໂດຍອີງໃສ່ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ແລະ ອີງໃສ່ສະພາບການຕົວຈິງ ໃນການນຳພາ-ຊີ້ນຳຂອງບັນດາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ໃນໄລຍະ 1 ປີຜ່ານມາ, ດັ່ງນັ້ນ ຈຶ່ງສາມາດຈັດ ແລະ ຢັ້ງຢືນ ປະເພດແຂງ ໄດ້ຈຳນວນ 2 ຄະນະພັກຮາກຖານ ແລະ 4 ໜ່ວຍພັກ.


ໃນຕອນທ້າຍ, ສະຫາຍ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ບັນດາຄະນະພັກຮາກຖານ, ບັນດາໜ່ວຍພັກ ແລະ ບຸກຄົນ ສາມາດປະຕິບັດໄດ້, ຊຶ່ງໄດ້ຮັບການປະກາດການຢັ້ງຢືນ ໃນຄັ້ງນີ້. ພ້ອມກັນນັ້ນ, ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນ ກໍ່ຄືສະມາຊິກ, ພະນັກງານ-ລັດຖະກອນ ຂອງ ຫສນຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດເປັນຢ່າງດີ; ສືບຕໍ່ບຸກບືນ, ຖອດຖອນບົດຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມກ້າວໜ້າຢູ່ສະເໝີ.

ສຳລັບວຽກງານກໍ່ສ້າງໜ່ວຍພັກ, ສະຫາຍ ປະທານກອງປະຊຸມ ໄດ້ເນັ້ນໜັກ ໃຫ້ບັນດາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນດຳເນີນງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຕົນ ໃຫ້ເປັນກິດຈະ ກຳ ຫຼື ໂຄງການລະອຽດ, ຈັດວາງບຸລິມະສິດ ໃນການດຳເນີນງານແຕ່ລະວຽກ ແລະ ແຕ່ລະໄລຍະຢ່າງຄັກແນ່ ໂດຍຕິດພັນ ແລະ ກົມກຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍ່ຄືຄຳຂວັນ ທີ່ ແຕ່ລະຄະນະພັກຮາກຖານ ແລະໜ່ວຍພັກ ໄດ້ປະກາດຂໍ້ແຂ່ງຂັນຮ່ວມກັນ, ສຳຄັນແມ່ນໃຫ້ກາຍເປັນຂະບວນການທີ່ພົ້ນເດັ່ນເກີດຂຶ້ນຢ່າງຈະແຈ້ງ ແລະ ສາມາດປະເມີນຕີລາຄາຜົນສຳເລັດໄດ້ງ່າຍ. ນອກຈາກນັ້ນ ກໍ່ເນັ້ນໜັກ ໃຫ້ເອົາໃຈໃສ່ ຕໍ່ວຽກງານສຶກສາອົບຮົມແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ ໃນສະພາບການພາຍໃນ ແລະ ຕ່າງປະເທດ ທີ່ມີການຜັນແປ, ສະພາບການແຜ່ລະບາດຂອງເຊື້ອພະຍາດ, ຜົນກະທົບທາງດ້ານ ເສດຖະກິດ-ສັງຄົມ ແລະ ອື່ນໆ ໃຫ້ສາມາດປັບຕົວ ແລະ ຜ່ານຜ່າອຸປະສັກຕ່າງໆໄດ້; ເອົາໃຈໃສ່ ຍົກລະດັບຄຸນນະພາບຂອງວຽກງານ ໃຫ້ສູງຂຶ້ນກວ່າເກົ່າ, ຫັນເປັນທັນສະໄໝ ໃຫ້ໄວຂຶ້ນ, ເພີ່ມຄວາມຮັບ ຜິດຊອບໃຫ້ສູງຂຶ້ນ ຮັບປະກັນໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ແລະ ການເປັນເສນາທິການ ໃຫ້ແກ່ການນຳ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດໜ້າທີ່ວຽກງານ ມີຄວາມໂປ່ງໃສ ແລະ ຍຸຕິທຳ.

ທີ່ມາ: ຫ້ອງວ່າາການສຳນັກງານນາຍົກລັດຖະມົນຕີ