ຍັງສືບຕໍ່ປອດໄພ! 18 ພຶດສະພາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ເຂັ້ມງວດຕໍ່ປະຕິບັດແຈ້ງການ 580/ຫສນຍ

179

ນັບວ່າເປັນຂ່າວດີທີ່ຄົນລາວທົ່ວໜ້າລໍຖ້າຟັງ 36 ມື້ຕິດຕໍ່ກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມລວມຍັງຄົງທີ່ 19 ຄົນ, ໃນນີ້ ປິ່ນປົວດີອອກໂຮງໝໍທັງໝົດ 14 ຄົນ. ແລະ ຍັງສືບຕໍ່ຕິດຕາມອາການຢູ່ໂຮງໝໍອີກ 5ຄົນ.

ໃນວັນທີ 18 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19​ ແລະ ມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ຜົນການກວດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 114 ຄົນ ໃນວັນທີ 17 ພຶດສະພາ 2020 ເຊິ່ງຜົນກວດທັງໝົດ 114 ຄົນ ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນ 36 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.

ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ສະສົມລວມມີທັງໝົດ 19 ຄົນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 14 ຄົນ ແລະ ກຳລັງປິ່ນປົວ 5 ຄົນ ເຊິ່ງອາການຂອງຄົນເຈັບທັງໝົດຍັງຢູ່ຂັ້ນເບົາບາງປົກກະຕິ ແລະ ຍັງລໍຕິດຕາມອາການ.

ທ່ານ ກ່າວຕື່ມວ່າ: ແນວໃດກໍ່ຕາມ ເຊື່ອວ່າທຸກຄົນຄົງຈະໄດ້ຮັບຮູ້ເນື້ອໃນແຈ້ງການສະບັບເລກທີ 580/ຫສນຍ ທີ່ປະກອບດ້ວຍ 9 ມາດຕະການຜ່ອນຜັນ ແລະ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ, ເຊິ່ງມື້ນີ້ ວັນທີ 18 ພຶດສະພາ 2020 ເປັນມື້ເລິ່ມຕົ້ນປະຕິບັດ ຈົນເຖິງວັນທີ 1 ມິຖຸນາ 2020 ຈຶ່ງຈະມີການປະເມີນສະຖານະການຄືນໃໝ່, ປະເດັນສຳຄັນຢູ່ໃນແຈ້ງການນັ້ນແມ່ນ ການອະນຸຍາດໃຫ້ພະນັກງານລັດຖະກອນໄດ້ເຮັດວຽກເປັນປົກກະຕິ; ສາມາດເດີນທາງພາຍໃນປະເທດໄດ້; ການເປີດການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງອາກາດ ພາຍໃນປະເທດ; ການອະນຸຍາດໃຫ້ມີການຝຶກອົບຮົມ, ສໍາມະນາ, ປະຊຸມທາງການ; ການເປີດໂຮງຮຽນຊັ້ນ ປ5, ມ4, ມ7.

ອະນຸຍາດໃຫ້ອອກກໍາລັງກາຍກາງແຈ້ງ ແລະ ໃນຮົ່ມ;ອະນຸຍາດໃຫ້ເປີດດຳເນີນທຸລະກິດການຄ້າ ແລະ ບໍລິການຕ່າງໆ; ດຳເນີນກິດຈະການຂອງບໍລິສັດ ແລະ ໂຮງງານຈຳນວນໜຶ່ງ; ອະນຸຍາດໃຫ້ຊາວຕ່າງປະເທດກັບມາເຮັດວຽກຢູ່ໃນບາງໂຄງການ; ແຕ່ທັງໝົດເຫຼົ່ານີ້ກໍ່ຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງຂະແໜງການກ່ຽວຂ້ອງ ແລະ ມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ.