ເພງ “ ດີບໍ່ພໍຂໍຫຼີກທາງ ” ເພງໃໝ່ຂອງ ບ່າວຄຳຫຼ້າ ກ້ອນຄຳ

304

ບ່າວຄຳຫຼ້າ ກ້ອນຄຳ ຖືເປັນອີກບຸກຄົນໜຶ່ງທີ່ມີຫຼາກຫຼາຍຄວາມສາມາດ, ນອກຈາກເປັນທ່ານໝໍປົວຄົນເຈັບແລ້ວ ຍັງຫາເວລາມາແຕ່ງເພງເອງ, ຮ້ອງເພງເອງໃຫ້ທຸກຄົນໄດ້ຊົມໄດ້ຟັງ.

ເມື່ອບໍ່ດົນມານີ້ທີ່ທົ່ວໂລກກໍາລັງຕໍ່ສູ້ກັບພະຍາດຮ້າຍ ໂຄວິດ – 19 ກໍໄດ້ແຕ່ງບົດເພງທີ່ມີຊື່ວ່າ “ ສຽງວອນຈາກທ່ານໝໍ ” ເຊິ່ງເປັນບົດເພງທຳອິດໄດ້ນຳມາອັດ ແລະ ປ່ອຍອອກທາງຊ່ອງຢູທູບ KL studio ຄຳຫຼ້າ ກ້ອນຄຳ ເຊິ່ງໄດ້ຮັບຄວາມສົນໃຈຈາກໝູ່ເພື່ອນຫຼາຍພໍສົມຄວນ ແລະ ຫຼ້າສຸດກໍໄດ້ປ່ອຍບົດເພງໃໝ່ທີ່ມີຊື່ວ່າ “ ດີບໍ່ພໍຂໍຫຼີກທາງ ” ໃຫ້ທຸກຄົນໄດ້ຊົມໄດ້ຟັງອີກ.

ຄໍາຫຼ້າ ເລືອງຕາວັນ ຫຼື ບ່າວຄໍາຫຼ້າ ກ້ອນຄໍາ ໃຫ້ສໍາພາດວ່າ: ຕົນເອງເປັນຄົນທີ່ມັກຮັກໃນການຟັງເພງ, ຮ້ອງເພງ ແລະ ແຕ່ງເພງ, ຜ່ານມາມັກຈະແຕ່ງເພງຮ້ອງໃນງານສຳຄັນຕ່າງໆແຕ່ບໍ່ເຄີຍໄດ້ອັດສຽງ, ຈົນມາຮອດປີ 2020 ນີ້ ໂລກເຮົາໄດ້ເກີດວິກິດພະຍາດໂຄວິດ – 19 ລະບາດ ໃນນາມເປັນໝໍຜູ້ໜຶ່ງກໍເລີຍຢາກແຕ່ງເພງຮ້ອງເປັນການໃຫ້ຄວາມຮູ້ກັບປະຊາຊົນໃນບົດເພງທຳອິດມີຊື່ວ່າ “ ສຽງວອນຈາກທ່ານໝໍ ” ແລະ ຖືເປັນເພງທຳອິດທີ່ຕົນເອງໄດ້ອັດສຽງແລ້ວປ່ອຍທາງຊ່ອງຢູທູບ KL studio ຄຳຫຼ້າ ກ້ອນຄຳ ຫຼັງຈາກປ່ອຍເພງນັ້ນອອກໄປເຫັນວ່າໝູ່ເພື່ອນໃຫ້ ຄວາມສົນໃຈ ແລະ ຢາກໃຫ້ມີເພງຕໍ່ໄປ.

ສະນັ້ນ, ຈຶ່ງເປັນຈຸດລິເລີ່ມຄິດຄົ້ນເພງໃໝ່ມີຊື່ວ່າ “ ດີບໍ່ພໍຂໍຫຼີກທາງ ” ເພງນີ້ເປັນເພງທີ່ຕົນແຕ່ງເອງ ແລະ ຮ້ອງເອງ ໄດ້ປ່ອຍອອກທາງຢູທູບ 13 ພຶດສະພາ 2020 ກໍເຫັນວ່າໄດ້ຮັບການຕອບຮັບດີພໍສົມຄວນ, ແຕ່ເນື່ອງຈາກຊ່ອງຢູທູບເປັນຊ່ອງໃໝ່ກໍຍັງບໍ່ມີຄົນຕິດຕາມຫຼາຍ ໝູ່ເພື່ອນສ່ວນຫຼາຍຈະເບິ່ງເຫັນທາງເຟສບຸ໊ກ.

ເພງນີ້ມີເນື້ອໃນເວົ້າເຖິງຄວາມຮັກທີ່ບໍ່ສົມຫວັງຂອງຄູ່ຮັກທີ່ຮັກກັນມາດົນ ແຕ່ຕ້ອງໄດ້ຫຼີກທາງໃຫ້ກັບຄົນທີ່ດີກວ່າ ເມື່ອອີກຝ່າຍເປັນຄົນເລືອກໄປອີກຝ່າຍກໍຕ້ອງຫຼີກທາງເສຍສະຫຼະເພື່ອຄົນທີ່ເຮົາຮັກ.

ຝາກເຖິງໝູ່ເພື່ອນ ແລະ ແຟນເພງທຸກທ່ານ ຕິດຕາມຮັບຊົມຮັບຟັງໄດ້ຜ່ານທາງຊ່ອງຢູທູບ KL studio ຄຳຫຼ້າ ກ້ອນຄຳ ຫຼື ຕິດຕາມຜົນງານໄດ້ທີ່ ເຟສບຸ໊ກ: khamlar leuangtavanh ແລະ ຈະສືບຕໍ່ສ້າງຜົນງານເພງໃໝ່ມາໃຫ້ທຸກທ່ານໄດ້ຮັບຊົມຮັບຟັງໃນໄວໆນີ້.

ຂ່າວ: ແກ້ວ; ຮູບ: ຄຳຫຼ້າ