ສຶກສາຄວາມເປັນໄປໄດ້ ການຮ່ວມມືລົງທຶນພັດທະນາເຂດເຕັກໂນໂລຊີລະດັບສູງ ລາວ – ຈີນ

256

ກອງປະຊຸມປຶກສາຫາລືກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືລົງທຶນພັດທະນາເຂດເຕັກໂນໂລຊີລະດັບສູງ ລາວ – ຈີນ ເພື່ອສ້າງພື້ນຖານໂຄງລ່າງທາງດ້ານການຄົ້ນຄວ້າ ແລະ ພັດທະນາທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ເປັນລະບົບຄົບຊຸດເພື່ອກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ການບໍລິການຕາມທ່າແຮງຂອງ ສປປ ລາວ ດ້ວຍມູນຄ່າການລົງທຶນໃນເບື້ອງຕົ້ນປະມານ 300 ລ້ານໂດລາ.

ຄະນະຮັບຜິດຊອບໄດ້ສະເໜີກ່ຽວກັບສະພາບລວມຂອງໂຄງການ ວ່າ: ໂຄງການສຶກສາ ຄວາມເປັນໄປໄດ້ໃນການຮ່ວມມືລົງທຶນພັດທະນາເຂດເຕັກໂນໂລຊີລະດັບສູງ ລາວ – ຈີນ ແມ່ນການຮ່ວມມືລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມລັດຖະບານ ແລະ ບໍລິສັດ ພັດທະນາເຕັກໂນໂລຊີ ເອັນຕີ້ ( ປັກກິ່ງ ) ຈໍາກັດຜູ້ດຽວ ແລະ ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ. ຈຸດປະສົງເພື່ອສ້າງພື້ນຖານໂຄງລ່າງທາງດ້ານການຄົ້ນຄວ້າ ແລະ ພັດທະນາທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃຫ້ເປັນລະບົບຄົບຊຸດ ເພື່ອກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ການບໍລິການຕາມທ່າແຮງຂອງ ສປປ ລາວ ດ້ວຍມູນຄ່າການລົງທຶນໃນເບື້ອງຕົ້ນປະມານ 300 ລ້ານໂດລາ.


ໂຄງການດັ່ງກ່າວຈະໄດ້ພັດທະນາຢູ່ 2 ເຂດ ຄື: ເຂດທີ 1 ແມ່ນເຂດບ້ານດອນຕິ້ວ ( ຫ້ວຍຍາງ ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 45 ເຮັກຕາ. ໃນນັ້ນ, ໄດ້ກໍານົດເປັນ 5 ກິດຈະການ ຄື: ການຄົ້ນຄວ້າ ແລະ ພັດທະນາ, ວາງສະແດງ ແລະ ຫໍປະຊຸມ, ສູນບົ່ມເພາະວິສາຫະກິດ, ຫ້ອງການ ແລະ ເຂດບໍລິການທີ່ພັກອາໄສ.

ສ່ວນເຂດທີ 2 ແມ່ນເຂດພັດທະນາຢູ່ເມືອງວັງວຽງ ແຂວງວຽງຈັນ ຈຳນວນ 200 ເຮັກຕາ ໄດ້ກໍານົດມີ 9 ກິດຈະການ ຄື: ສໍານັກງານຫ້ອງການ; ສູນການແພດເພື່ອສຸຂະພາບ; ບໍລິການສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ປະຊາຊົນ, ນັກທຸລະກິດ, ນັກວິທະຍາສາດ ແລະ ນັກທ່ອງທ່ຽວ; ບໍລິການຂົນສົ່ງສາທາລະນະຕ່າງໆ; ເຂດເຕັກໂນໂລຊີ – ໂທລະຄົມອິນເຕີເນັດ; ພະລັງງານທົດແທນແບບໃໝ່; ອໍານວຍຄວາມສະດວກ ແລະ ບໍລິການ; ເຄືອຄ່າຍການສຶກສາອັດສະລິຍະ ແລະ ເຂດການຜະລິດ ໂດຍການນໍາໃຊ້ເຕັກໂນໂລຊີລະດັບສູງ.

ຖ້າຫາກໂຄງການດັ່ງກ່າວເກີດຂຶ້ນຈະມີຜົນປະໂຫຍດຢ່າງຫຼວງຫຼາຍມາສູ່ ສປປ ລາວ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມຍົກລະດັບເຕັກໂນໂລຊີ ປ່ຽນຈາກການຜະລິດອຸດສາຫະກໍາແບບດັ້ງເດີມໃຫ້ເປັນການນໍາໃຊ້ເຕັກໂນໂລຊີມາສ້າງມູນຄ່າເພີ່ມ ຫຼື ຊ່ວຍຫຼຸດຕົ້ນທຶນໃນການຜະລິດ ລວມທັງເຮັດໃຫ້ຜະລິດຕະພັນຂອງລາວມີມາດຕະຖານ ແລະ ເພີ່ມມູນຄ່າການສົ່ງອອກ. ຄຽງຄູ່ກັນນັ້ນ, ຍັງຈະຊ່ວຍໃຫ້ສັງຄົມມີຜະລິດຕະພັນນະວັດຕະກໍາທີ່ມີຄຸນນະພາບ ແລະ ມີທາງເລືອກໃນການຊົມໃຊ້ຜະລິດຕະພັນຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ, ປະຊາຊົນລາວມີໂອກາດໃນການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກທີ່ທັນສະໄໝ, ມີລະບົບການສຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ມີຄຸນນະພາບສູງ, ລະບົບການຂົນສົ່ງສາທາລະນະທີ່ໄດ້ມາດຕະຖານ ແລະ ເປັນສາກົນ.

ພ້ອມນັ້ນ, ຍັງຈະສ້າງວຽກເຮັດງານທໍາໃຫ້ປະຊາຊົນໄດ້ມີອາຊີບ ແລະ ມີລາຍຮັບທີ່ໝັ້ນຄົງ ຄາດວ່າຈະສາມາດຊ່ວຍແກ້ໄຂການມີວຽກເຮັດງານທໍາບໍ່ຕໍ່າ ກວ່າ 30.000 ຄົນ. ພ້ອມນັ້ນ, ຍັງຈະເປັນແຫຼ່ງລົງທຶນໃຫ້ແກ່ການຄົ້ນຄວ້າໃຫ້ທາງພາກລັດ, ສະຖາບັນການສຶກສາ ແລະ ພາກເອກະຊົນຂອງລາວໃຫ້ບັນລຸເປົ້າໝາຍຂອງ ສປປ ລາວ ໃນແຜນຍຸດທະສາດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ປີ 2025 ແລະ ວິໄສທັດ ປີ 2020.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 8 ພຶດສະພາ 2020 ຜ່ານມາ ທີ່ຫ້ອງວ່າການ         ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີທ່ານຮອງເຈົ້າແຂວງ, ບັນດາເຈົ້າເມືອງ, ພະແນກການອ້ອມຂ້າງແຂວງວຽງຈັນ, ບັນດາຫົວໜ້າກົມ, ສະຖາບັນ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເນື້ອໃນ: ບຸນທັນ ນັນທະວົງ

ຂ່າວ: ສົມສະຫວິນ