ປ່ຽນໂສມສາວໜ້າຫວານເປັນລຸກສາວໝັ້ນ ອຸ້ມ MVT 06

80

ທຸກຢ່າງ ຍ່ອມມີການ ປ່ຽນເເປງ ສ່ອງສາວ ອຸ້ມ ການຈະນາ ສາວໜ້າຫວານ, ຍິ້ມງາມ ໜຶ່ງໃນຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020 ທີ່ໄດ້ປ່ຽນໂສມແຕ່ງໜ້າ, ຈັດຊົງຜົມ (Make up And hair) By Armee Make Up ໃຫ້ສາວອຸ້ມ ກາຍເປັນສາວ ແຊັກຊີ້, ສາວໝັ້ນ

ບອກເລີຍວ່າຈາກທີ່ເຫັນໃນມຸມຫວານໆຂອງສາວ ອຸ້ມ ມາເຫັນລຸກນີ້ ກໍງາມ ແລະ ໜ້າຄົ້ນຫາໄປອີກແບບ

ອຸ້ມ ການຈະນາ ວິລະກຸນ MVT06 ອາຍຸ 18 ປີ, ກໍາລັງສຶກສາ ທີ່ມະຫາວິທະຍາໄລເເຫ່ງຊາດ ຄະນະເສດຖະສາດ ເເລະບໍລິຫານທຸລະກິດ ສາຂາ ການຕະຫລາດ.
ບໍ່ເຄີຍຜ່ານເວທີການປະກວດໃດ ຫຼື ຍັງບໍ່ເຄີຍມີຜົນງານດ້ານບັນເທິງມາກ່ອນ, ມີຄວາມສາມາດເວົ້າພາສາອັງກິດໃນການບອກເລົ່າ ເເລະ ຖ່າຍທອດຄວາມເປັນລາວໃຫ້ກັບຄົນຕ່າງຊາດໄດ້ເຂົ້າໃຈເຖິງຄວາມເປັນລາວ.

ອຸ້ມເປັນເອື້ອຍກົກ ເເລະ ມີນ້ອງ 2 ຄົນ ປັດຈຸບັນຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ອຸ້ມບອກວ່າ: ເປົ້າໝາຍໃນອະນາຄົດຂອງນ້ອງທີ່ນອກຈາກການທີ່ຢາກຈະເປັນສາວເເອ ເເລະນາງງາມເເລ້ວ ນ້ອງຢາກມີມູນນິທິເດັກເປັນຂອງນ້ອງເອງ, ເຖິງວ່າຢູ່ໃນປະເທດເຮົາກໍ່ມີຫລາຍມູນນິທິທີ່ຊ່ວຍເຫລືອສັງຄົມເເລ້ວ ເເຕ່ມັນກໍຍັງບໍ່ທັນພຽງພໍເເລະທົ່ວເຖິງເທື່ອ, ເຊິ່ງນ້ອງເອງກໍຢາກຈະເເບ່ງປັນທາງດ້ານທຶນການສຶກສາ ເເລະ ຊີວິດການເປັນຢູ່ທີ່ອົບອຸ່ນໃຫ້ເເກ່ເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ໄດ້ຮັບໂອກາດຢ່າງພຽງພໍ.

ເຄັດລັບໃນການຮັກສາສຸຂະພາບເເລະຮ່າງກາຍ: ນອນໃຫ້ພຽງພໍຢ່າງໜ້ອຍ 8ຊົ່ວໂມງ, ອອກກໍາລັງກາຍເເລະດື່ມນໍ້າໃຫ້ສະໝໍ່າສະເໝີ, ຫຼິ້ນໂຢຄະ 4ຄັ້ງ/ທິດເເລະຫລິ້ນກິລາລອຍນໍ້າ ເພາະຈະເຮັດໃຫ້ຊັດສ່ວນທົ່ວຮ່າງກາຍເຮົາເເຂງເເຮງຢ່າງສະໝໍ່າສະເໝີ.