ແຕ່ງຕັ້ງ ທ່ານ ສຸດສັກສິດ ຍິດແສນຫວັງ ເປັນຫົວໜ້າຫ້ອງວ່າການປົກຄອງເມືອງກະລຶມ

140

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 154/ຈມກລ ວ່າດ້ວຍຍົກຍ້າຍຫົວໜ້າຫ້ອງວ່າການລະຫວ່າງ ທ່ານ ຄຳແກ້ວ ຈະເລີນສຸກ ຫົວໜ້າຫ້ອງວ່າການເມືອງກະລຶມ ( ຜູ້ເກົ່າ ) ກັບ ທ່ານ ສຸດສັກສິດ ຍິດແສນຫວັງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງກະລຶມ ມາຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງວ່າການເມືອງກະລຶມ ( ຜູ້ໃໝ່ ).ພາຍໃຕ້ການເປັນປະທານຂອງ ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ ແຂວງເຊກອງ, ມີບັນດາຄະນະພັກ, ຄະນະນຳຂັ້ນເມືອງຕະຫຼອດຮອດພະນັກງານຫ້ອງການອ້ອມຂ້າງເຂົ້າຮ່ວມ.

ໃນພິທີ, ຫົວໜ້າຫ້ອງວ່າການປົກຄອງເມືອງ ( ຜູ້ເກົ່າ ) ກໍໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຫ້ອງວ່າການເມືອງໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ເຊັນມອບ – ຮັບໜ້າທີ່ວຽກງານລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ.

ໂອກາດນີ້, ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຫ້ອງວ່າການປົກຄອງເມືອງຊຸດເກົ່າ ທີ່ຍາດມາໄດ້ຜົນງານໃນຫຼາຍໆດ້ານ. ຄຽງຄູ່ກັນນັ້ນ, ກໍໄດ້ໃຫ້ທິດຊີ້ນຳຫຼາຍບັນຫາຕໍ່ຜູ້ທີ່ມາຮັບໜ້າໃໝ່ ເປັນຕົ້ນແມ່ນ: ໃຫ້ມີຄວາມຮັບຜິດຊອບໜ້າວຽກງານຂອງຕົນທີ່ພັກ – ລັດມອບໝາຍໃຫ້ສຳເລັດຜົນ, ມີການແບ່ງງານ – ແບ່ງ ຄວາມຮັບຜິດຊອບໃນໝູ່ຄະນະຢ່າງຈະແຈ້ງ, ການຄຸ້ມຄອງບັນດາເອກະສານ, ນິຕິກຳຕ່າງໆໃຫ້ເປັນລະບຽບຮຽບຮ້ອຍ, ສືບຕໍ່ຈັດຕັ້ງປະຕິບັນດາໜ້າວຽກງານທີ່ຍັງຄົງຄ້າງໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການເມືອງກະລຶມ ແຂວງເຊກອງ.

ເນື້ອໃນ – ຮູບ: ຄຳເພົ້າ ຮຸ່ງໄຊຍະວົງ

ຂ່າວ: ສົມສະຫວິນ