ເມືອງລະມາມ ສ້າງຂະບວນການສັກຢາປ້ອງກັນພະຍາດສັດ

90

ວັນທີ 4 ພຶດສະພາ 2020 ຜ່ານມາ ທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ ຮອງເລຂາພັກເມືອງລະມາມ ແຂວງເຊກອງ ທັງເປັນຜູ້ຊີ້ນຳວຽກງານກະສິກຳ ແລະ ປ່າໄມ້ຂັ້ນເມືອງ, ທ່ານ ສີເວີນ ພວງພະຈັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງແຂວງ ພ້ອມຄະນະຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງເຄື່ອນໄຫວຊຸກຍູ້ການສັກຢາປ້ອງກັນພະຍາດສັດລ້ຽງຢູ່ກຸ່ມບ້ານໂພນ ເມືອງລະມາມ ແຂວງເຊກອງ.

ທ່ານ ພອນສະຫວັນ ລັດສະໝີ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການສັກຢາປ້ອງກັນພະຍາດສັດລ້ຽງ ໂດຍເນັ້ນໃສ່ແຜນຈະເຄື່ອນໄຫວສັກຢາປ້ອງກັນພະຍາດເຕົ້າໂຮມເລືອດງົວ – ຄວາຍຂອງພໍ່ແມ່ປະຊາຊົນໃນຄັ້ງນີ້ແມ່ນມີ 3 ກຸ່ມ ມີ 23 ບ້ານ ຄື: ກຸ່ມບ້ານໂພນ 7 ບ້ານ, ກຸ່ມດອນຈັນ 9 ບ້ານ ແລະ ກຸ່ມປາກປູນ 7 ບ້ານ; ໃນ 3 ກຸ່ມບ້ານມີງົວ – ຄວາຍທັງໝົດ 11.354 ໂຕ, ຄາດໝາຍສູ້ຊົນສັກຢາປ້ອງກັນພະຍາດໃຫ້ໄດ້ 10.786 ໂຕ ເທົ່າກັບ 95% ຂອງຈຳນວນສັດລ້ຽງທັງໝົດ.

ໃນນັ້ນ, ສັກຢາເບື້ອງຕົ້ນແມ່ນກຸ່ມບ້ານໂພນ ເຊິ່ງມີຄວາຍຈຳນວນ 276 ໂຕ, ງົວ 235 ໂຕ, ແບ້ 123 ໂຕ, ໝູ 375 ໂຕ ແລະ ສັດປີກຈຳນວນ 2.159 ໂຕ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນແກ່ສຸຂະພາບສັດລ້ຽງ ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກະຕຸກຊຸກຍູ້ໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ຕໍ່ການສັກຢາປ້ອງກັນພະຍາດສັດລ້ຽງຂອງຕົນ ເພື່ອແກ້ໄຂການລະບາດຂອງພະຍາດກໍຄືການປ້ອງກັນສັດລ້ຽງບໍ່ໃຫ້ເປັນພະຍາດ ມີ ຄວາມຈຳເປັນຕ້ອງໄດ້ສືບຕໍ່ຍູ້ແຮງວຽກງານສັກຢາກັນພະຍາດ ແລະ ຫຼີກລຽງຜົນກະທົບທີ່ອາດຈະເກີດຂຶ້ນ.

ໂອກາດດຽວກັນ, ທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ ໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ, ສັດຕະວະແພດບ້ານ ໃຫ້ ຄວາມຮ່ວມມືໃນການລົງເຄື່ອນໄຫວສັກຢາກັນພະຍາດໃນຄັ້ງນີ້ ພ້ອມທັງເອົາໃຈໃສ່ຈັດຕັ້ງໂຄສະນາເຜີຍແຜ່ແນະນຳຊາວກະສິກອນ ແລະ ຜູ້ປະກອບການລ້ຽງສັດທັງແບບຄອບຄົວ ທັງເປັນການປ້ອງກັນຜົນກະທົບໃນເວລາມີການປ່ຽນແປງຂອງອາກາດທີ່ອາດກະທົບໃສ່ໂດຍກົງ.

ຂ່າວ: ຕະບະ