ຍັງເປັນຂ່າວດີຕ້ອນຮັບເດືອນພຶດສະພາ! 19 ມື້ລຽນຕິດບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

86

ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 19 ມື້ຕິດຕໍ່ກັນ ຫຼ້າສຸດໄດ້ເກັບຕົວຢ່າງມາກວດທັງໝົດ 94 ຄົນ, ໃນນັ້ນ: ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 79 ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອທີ່ນອນປິ່ນປົວຢູ່ໂຮງໝໍມາກວດຄືນ 11 ຄົນ, ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 04 ຄົນ, ທັງໝົດ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 1 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ມີການຖະແຫຼງຂ່າວລາຍງານສະພາບການລະບາດຂອງໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໂດຍມີສື່ມວນຊົນຕາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວວ່າ: ສະພາບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 30 ເມສາ 2020 ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.097 ຄົນ. ໃນນີ້ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.289 ຄົນ, ໃນນັ້ນ ມີແຮງງານກັບມາແຕ່ໄທຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 08 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ; ຈຸດຜ່ານດ່ານລາວ-ຈີນ ທັງໝົດ 195 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ; ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 613 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ; ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ. ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ: ສະພາບການເຝົ້າລະວັງ ແລະ ວິເຄາະໃນວັນທີ 30 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 94 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 79 ຄົນ, ເກັບຕົວຢ່າງຜູ້ຕິດເຊື້ອທີ່ນອນປິ່ນປົວຢູ່ໂຮງໝໍມາກວດຄືນ 11 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 4 ຄົນ,  ເຊິ່ງຜົນກວດທັງໝົດ 94 ຄົນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 30 ເມສາ 2020 ບໍ່ມີກໍລະນີໃໝ່.

ແນວໃດກໍ່ຕາມ ນັບແຕ່ເດືອນມັງກອນ ຮອດ ວັນທີ 30 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.021 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (19 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).