ທ່ານປູຕິນ ຜູ້ນຳຣັດເຊຍ ປະກາດຂະຫຍາຍໄລຍະປິດເມືອງ ເຖິງ 11 ພຶດສະພາ

146

ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ອອກຄຳສັ່ງຂະຫຍາຍມາດຕະການປິດເມືອງໃນປະເທດຈາກກຳນົດເກົ່າເຖິງວັນທີ 30 ເມສາ ອອກໄປເປັນວັນທີ 11 ພຶດສະພາ ເພື່ອຄວບຄຸມການແຜ່ລະບາດໄວຣັສໂຄວິດ-19 ເຊິ່ງມີຜູ້ເສຍຊີວິດເກືອບ 900 ຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນພຸດ ທີ 29 ເມສາ ວ່າ ປະທານາທິບໍດີວະລາດິເມຍ ປູຕິນ ຖະແຫຼງການເມື່ອວັນອັງຄານ ຜ່ານມາ ກ່ຽວກັບສະພາບການແຜ່ລະບາດຂອງ ໂຄວິດ-19 ໂດຍຢືນຢັນລັດຖະບານຍັງສາມາດຄວບຄຸມສະຖານະການໄດ້. ຢ່າງໃດກໍ່ຕາມ, ວິກິດການດ້ານສາທາລະນະສຸກພາຍໃນປະເທດຍັງມີຄວາມສັບສົນ ແລະ ຍັງບໍ່ທັນຜ່ານຈຸດວິກິດ ໂດຍຣັດເຊຍ ມີຜູ້ເສຍຊີວິດແລ້ວ 867 ຄົນ ຈາກຈຳ ນວນຜູ້ປ່ວຍສະສົມ 93.558 ຄົນ ສູງເປັນອັນດັບທີ 8 ຂອງໂລກ ສ່ວນຜູ້ທີ່ປິ່ນປົວເຊົາແລ້ວ 8.456 ຄົນ.

ດ້ວຍເຫດນີ້ ຜູ້ນຳຣັດເຊຍ ຈຶ່ງຕັດສິນໃຈຂະຫຍາຍໄລຍະປິດເມືອງ ເຊິ່ງບັງຄັບໃຊ້ມາດຕະການຄັ້ງທຳອິດ ເມື່ອທ້າຍເດືອນມີນາ ຜ່ານມາ ຈົນເຖິງ 30 ເມສາ ໃຫ້ຂະຫຍາຍໄລຍະຄວບຄຸມໄປຈົນເຖິງວັນທີ 11 ພຶດສະພາ ນີ້. ທ່ານປູຕິນ ກ່າວອີກວ່າ ໂຄວິດ-19 “ສ້າງຜົນກະທົບໃຫ້ແກ່ທຸກໆຄົນ ດັ່ງນັ້ນຊາວຣັດເຊຍ ຕ້ອງຮ່ວມກັນຕັ້ງໃຈເຮັດໜ້າທີ່ ແລະ ມີລະບຽບວິໄນ ເພື່ອຊ່ວຍໃຫ້ປະເທດຜ່ານພົ້ນວິກິດຄັ້ງນີ້ ໃຫ້ໄວທີ່ສຸດ.

ຂະນະດຽວກັນ ທ່ານປູຕິນ ສັ່ງໃຫ້ລັດຖະບານຂອງນາຍົກລັດຖະມົນຕີມິຄາອິລ ມິຊູສຕິນ ສະເໜີຮ່າງແຜນການຜ່ອນຄາຍມາດຕະການປິດເມືອງແບບເປັນຂັ້ນຕອນພາຍໃນອາທິດນີ້. ເພື່ອໃຫ້ມີການພິຈາລະນາ ແລະ ມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 12 ພຶດສະພາ ເປັນຕົ້ນໄປ. ນອກຈາກນີ້, ລັດຖະບານຕ້ອງສະເໜີຮ່າງແຜນຟື້ນຟູເສດຖະກິດໃຫ້ປະຊາຊົນດ້ວຍ ເຊິ່ງຈະເປັນການໃຊ້ງົບປະມານສຸກເສີນຄັ້ງທີ 3 ຂອງລັດຖະບານ ນັບຕັ້ງແຕ່ຣັດເຊຍຜະເຊີນກັບວິກິດການແຜ່ລະບາດໂຄວິດ-19.

ທັງນີ້, ຣັດເຊຍ ໃຊ້ງົບປະມານຫຼາຍກວ່າ 3 ພັນຕື້ຣູເບິລ (ປະມານ 3,63 ແສນຕື້ກີບ) ເພື່ອຊ່ວຍເຫຼືອທຸກໆຂະແໜງການພາຍໃນປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ໂດຍມາດຕະການດັ່ງກ່າວ ລວມທັງເງິນຊ່ວຍເຫຼືອປະຊາຊົນທີ່ຫວ່າງວຽກໃນໄລຍະນີ້ ເພິ່ມຂຶ້ນເປັນ 12.130 ຣູເບີລຕໍ່ເດືອນ (ປະມານ 1,47 ລ້ານກີບ) ສະຫວັດດີການດູແລເດັກ ອາຍຸຕໍ່າກວ່າ 3 ປີ ເພິ່ມຂຶ້ນເປັນເດືອນລະ 5.000 ຣູເບິລ (ປະມານ 6,06 ແສນກີບ) ແລະ ຍົກເວັ້ນພາສີອາກອນໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ 6 ເດືອນ.

ສຳລັບທຶນຕ່າງປະເທດທີ່ໄຫຼອອກກ່ອນກຳນົດໃນໄລຍະນີ້ ຕ້ອງເສຍພາສີເພິ່ມຈາກ 2% ເປັນ 13% ແລະ ຈະມີການເກັບພາສີເງິນຝາກຈາກບັນຊີ ທີ່ມີຍອດເງິນຫຼາຍກວ່າ 1 ລ້ານຣູເບິລ (ປະມານ 121,28 ລ້ານກີບ) ແລ້ວນຳເງິນທີ່ໄດ້ໄປຊ່ວຍເຫຼືອຜູ້ທີ່ມີລາຍໄດ້ໜ້ອຍ.

ອີກປະການໜຶ່ງ ທ່ານປູຕິນ ຍັງສະແດງຄວາມເປັນຫ່ວງກ່ຽວກັບປະສິດທິພາບຂອງມາດຕະການຄວບຄຸມພະຍາດ ເນື່ອງຈາກອຸປະກອນການແພດຫຼາຍຢ່າງບໍ່ພຽງພໍ ເຖິງວ່າໃນເດືອນນີ້ ຣັດເຊຍສາມາດຜະລິດເຄື່ອງຊ່ວຍຫາຍໃຈໄດ້ຫຼາຍກວ່າ 800 ໜ່ວຍ, ໜ້າກາກອະນາໄມຫຼາຍກວ່າ 8,5 ລ້ານອັນ ແລະ ພາຍໃນທ້າຍເດືອນນີ້ ຈະເພິ່ມກຳລັງການຜະລິດຊຸດປ້ອງກັນສ່ວນຕົວ (PPE) ອີກ 1 ແສນຊຸດ ແຕ່ຜູ້ນຳຣັດເຊຍ ກ່າວວ່າ “ຍັງໜ້ອຍເກີນໄປ” ຂໍໃຫ້ໜ່ວຍງານທີ່ກ່ຽວຂ້ອງເພິ່ມກຳລັງການຜະລິດ ແລະ ສະເໜີໃຫ້ເພິ່ມການກວດຫາພະຍາດເປັນ 1,5 ແສນຕົວຢ່າງຕໍ່ວັນດ້ວຍ.