ມວນ​ຊົນ​ຈຳ​ນວນຫຼາຍ ຮ່ວມ​ອາ​ໄລ​ເທື່ອ​ສຸດ​ທ້າຍ ກິ​ດາວ​ເພັດ ໜູ​ຫ່ວງ

203

ເປັນຂ່າວສະເທືອນໃຈທີ່ສຸດ ສຳລັບ ວົງການບັນເທີງບ້ານເຮົາ ທີ່ໄດ້ສູນເສຍສິລະປິນຜູ້ໂດ່ງດັງ ແລະ ອາຈານ ຜູ້ມາກລົ້ນດ້ວຍຄວາມສາມາດ ດັ່ງທ່ານ ກິ ດາວເພັດ ໜູຫ່ວງ (ໜຸ່ມໂກສິນ) ທີ່ຈາກໄປດ້ວຍພະຍາດຂອງຜູ້ກ່ຽວເອງ ໃນວັນສຸກ ທີ 24 /4/2020 ລວມອາຍຸ 49 ປີ.

ທ່າມກາງບັນຍາກາດທີ່ທົ່ວສັງຄົມ ພວມປະຕິບັດມາດຕະການຫລີກເວັ້ນພະຍາດໂຄວິດ 19 ແຕ່ຫລາຍວັນຜ່ານມາ, ຄົນໃນວົງການ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ແລະ ບັນດາແຟນເພງ ໄດ້ຮ່ວມສະແດງຄວາມໄວ້ອາໄລຕໍ່ການຈາກໄປທີ່ບໍ່ມີວັນຫວນກັບຄືນມາຂອງທ່ານ ກິ ດາວເພັດ ໜູຫ່ວງ ໂດຍການໄປຮ່ວມເຄົາລົບສົບ, ກິນທານ ແລະ ສົ່ງຂໍ້ຄວາມເພື່ອແບ່ງເບົາຄວາມທຸກໂສກກັບຄອບຄົວ ແລະ ເປັນການສະແດງເຖິງຄວາມຮັກ ຄວາມອາໄລຍິ່ງ ຕໍ່ສິລະປິນທ່ານນີ້.

ໃນຕອນບ່າຍມື້ນີ້ (27 ເມສາ) ໄດ້ມີພິທີຊາປະນະກິດສົບ ຢູ່ວັດສົມສະຫງັດ ເຂດເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີຄອບຄົວ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສິລະປິນ ຄູເພງ ແລະ ແຟນເພງ ໄປຮ່ວມໄວ້ອາໄລເປັນເທື່ອສຸດທ້າຍຢ່າງຫລວງຫລາຍ.

ທ່ານ ກິ ດາວເພັດ ໜູຫ່ວງ ເກີດເມື່ອວັນທີ 1 ກໍລະກົດ 1972 ທີ່ບ້ານນາວາງ ເມືອງໜອງບົກ ແຂວງຄຳມ່ວນ ເປັນນ້ອງຊາຍຫລ້າໃນວົງດົນຕີ ໜຸ່ມໂກສິນ ທີ່ມີຊື່ສຽງໃນອະດີດຈົນເຖິງປັດຈຸບັນ ບໍ່ວ່າ ວົງດົນຕີນີ້ຈະໄປຕັ້ງເວທີ ກາງຈ້ອງຢູ່ໃສ ປະຊາຊົນທ້ອງຖິ່ນນັ້ນ ກໍຈະພາກັນໄປຕິດຕາມ ຮ່ວມຮ້ອງເພງ ຟ້ອນລຳວົງ ຢ່າງມ່ວນຊື່ນ.

ເຖິງວ່າ ອຸດສາຫະກຳເພງ ໄດ້ປ່ຽນໄປຕາມແຕ່ລະຍຸກ ແຕ່ເພງຂອງ ກິ ດາວເພັດ ໜູຫ່ວງ ຫລາຍບົດເພງ ກໍ່ມີຊື່ສຽງ ນັບແຕ່ໄລຍະອອກເປັນກາແຊັດ, ຍຸກແຜ່ນຊີດີ ແລະ ມາເຖິງຍຸກອັບໂຫລດລົງຢູທູບ ກໍ່ໄດ້ຜະລິດຜົນງານອອກມາຢ່າງບໍ່ຂາດສາຍ ແລະ ກິ ດາວເພັດ ໜູຫ່ວງ ຖືວ່າ ເປັນສິລະປິນທີ່ປະ ສົບຜົນສຳເລັດຜູ້ໜຶ່ງ ມີຜົນງານເພງ ທີ່ສັງຄົມ ນິຍົມຊົມຊອບ, ອອກເພງໃດ ເດັກນ້ອຍຮ້ອງໄດ້ ຜູ້ໃຫຍ່ຮ້ອງດີເກືອບທຸກເພງ ເປັນຕົ້ນເພງ ຂີ້ໂມ້, ແກ້ເມຍ, ຟ້າອູ້ມຝົນ ຄືຄົນອູ້ມນ້ອງ, ສາວໝາກນາວ ບ່າວນາວາງ, ຈີ່ຫອຍ, ສາວເຊບັ້ງໄຟ, ຮັກສາວໜອງໄຮ ແລະ ອື່ນໆ.

ການຈາກໄປຄັ້ງນີ້ ເປັນການສູນເສຍບຸກຄະລາກອນທີ່ມີພອນສະຫວັນ ແລະ ມີຄວາມສາມາດອີກຄົນໜຶ່ງຂອງປະເທດລາວ. ເຊື່ອວ່າ ຜົນງານຂອງທ່ານ ກິ ດາວເພັດ ໜູຫ່ວງ ຈະຍັງຄົງຢູ່ໃນໃຈຄົນລາວຕະຫລອດໄປ.