ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນເຈົ້າພາບ ຈັດກອງປະຊຸມເຈົ້າຫນ້າທີ່ອາວຸໂສ Digital ASEAN ຜ່ານລະບົບກອງປະຊຸມທາງໄກ

233

ໃນວັນທີ 23 ເມສາ 2020, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ເປັນເຈົ້າພາບຈັດກອງປະຊຸມເຈົ້າຫນ້າທີ່ອາວຸໂສ Digital ASEAN ຜ່ານລະບົບກອງປະຊຸມທາງໄກ (VDO Conference) (1st ASEAN Digital Senior Officials’ Meeting (ADGSOM) – ASEAN Telecommunications Regulators’ Council (ATRC)) ຮ່ວມກັບ 10 ປະເທດສະມາຊິກອາຊຽນ, ມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ.

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນ-ສະພາດັດສົມໂທລະຄົມ ອາຊຽນ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ນາງ ພາວັນນາ ດວງບຸບຜາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມເປັນຕົວແທນປະທານເຈົ້າໜ້າທີ່ອາວຸໂສ ດິຈິຕອນ ສປປ ລາວ, ພ້ອມທັງຕາງໜ້າເຂົ້າຮ່ວມຈາກບັນດາກົມ/ທຽບເທົ່າ ທີ່ກ່ຽວຂ້ອງ ກະຊວງ ປທສ.

ປະທານກອງປະຊຸມ ໄດ້ກ່າວວ່າ: ປະຈຸບັນ ໃນທາມກາງສະພາບການແຜ່ລະບາດຂອງໄວຣັສ ໂຄວິດ-19ໃນທົ່ວໂລກ ທີ່ຕ້ອງໄດ້ຮັບການເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ. ຊົມເຊີຍຕໍ່ຄວາມຮັບຜິດຊອບສູງຂອງບັນດາປະເທດສະມາຊິກອາຊຽນ ທີ່ໄດ້ສຸມກຳລັງ ແລະ ພ້ອມກັນ ສືບຕໍ່ດຳເນີນວຽກງານຂະແໜງ ດິຈິຕອນ ແລະ ດັດສົມໂທລະຄົມອາຊຽນ ໃຫ້ຮັບປະກັນວຽກຂອງຂະແໜງການໃຫ້ຮັບປະກັນຜົນສຳເລັດສູງ ເພື່ອຕອບສະໜອງໄດ້ ຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນສະພາບປະຈຸບັນ ທັງໃນພາຍໃນປະເທດສະມາຊິກ ແລະ ໃນອາຊຽນໂດຍລວມ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນ, ບັນດາກິດຈະກຳ,  ແລະ ແຜນການຕໍ່ໜ້າຂອງອາຊຽນ ເປັນຕົ້ນແມ່ນ: ລາຍງານການຈັດຕັ້ງປະຕິບັດຜົນຂອງກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນຄັ້ງທີ 19 ຄັ້ງຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດໄອຊີທີ ອາຊຽນ 2020 ທີ່ກໍາລັງຈະສິ້ນສຸດທ້າຍປີ 2020, ຮ່າງແຜນແມ່ບົດດິຈິຕອນອາຊຽນ 2025, ບັນດາແຜນກິດຈະກໍາອາຊຽນ ສົກປີ 2021, ພິຈາລະນາຮ່າງຂອບວຽກຂອງຄະນະກຳມະການປະສານງານວຽກຄວາມປອດໄພທາງໄຊເບີ ຂອງອາຊຽນ, ພິຈາລະນາການຮ່ວມມືກັບພາກເອກະຊົນ, ການຮ່ວມມື ກັບປະເທດຄູ່ຮ່ວມພັດທະນາ, ທິດທາງການຈັດຕັ້ງປະຕິບັດທິດຊີ້ນຳຂອງຜູ້ນຳອາຊຽນ, ຮັບຟັງສະພາບການ ແລະ ແລກປ່ຽນບົດຮຽນ ຂອງບັນດາປະເທດສະມາຊິກ ກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໂດຍການນໍາໃຊ້ ໄອຊີທີ.

ກອງປະຊູມ ໄດ້ສະແດງຄວາມເປັນຈິດໜຶ່ງໃຈດຽວ ໃນການຜ່ານຜ່າຄວາມຫຍຸ້ງຍາກ ແລະ ວິກິດໂຄວິດ-19 ເພື່ອຂັບເຄື່ອນວຽກຂອງຂະແໜງການ ພ້ອມກັບເພິ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາແຜນການຕ່າງໆ ໃຫ້ສາມາດຮອງຮັບກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມຄາດຫວັງທີ່ເພີ່ມຂຶ້ນຕໍ່ວຽກງານ ໄອຊີທີ ຫຼື ດິຈິຕອນ. ກອງປະຊຸມໄດ້ປິດລົງໃນມື້ດຽວກັນ ແລະ ໄດ້ຮັບໝາກຜົນຕາມຄາດໝາຍທີ່ໄດ້ວາງໄວ້ຢ່າງຈົບງາມ.

ຂ່າວໂດຍ : ກົມແຜນການແລະການຮ່ວມມື, ກະຊວງ ປທສ