ລັດຖະບານ ໃຫ້ຄົ້ນຄວ້ານະໂຍບາຍດ້ານອື່ນໆແທນ ການສະເໜີຂໍຫຼຸດອັດຕາອາກອນມູນຄ່າເພີ່ມໄຟຟ້າ ແລະ ນໍ້າປະປາ

143

ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19, ສປປ ລາວ ກໍໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍສະເພາະແມ່ນການສູນເສຍລາຍຮັບ ແຕ່ກັບມີລາຍຈ່າຍທີ່ຄົງທີ່ ແລະ ເພີ່ມຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນຝືດເຄືອງ.  ຕໍ່ສະພາບດັ່ງກ່າວລັດຖະບານກໍຕັ້ງຄະນະສະ ເພາະກິດເພື່ອແກ້ໄຂຜົນກະທົບດ້ານເສດຖະກິດ ສັງຄົມຂຶ້ນມາຮັບຜິດຊອບຕິດຕາມຜົນກະທົບ, ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການຫຼຸດຜ່ອນຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄລຍະຜ່ານມາກໍໄດ້ອອກນະໂຍບາຍ ແລະ ມາດຕະການຫຼາຍຢ່າງເຂົ້າແກ້ໄຂ. ຢ່າງໃດກໍຕາມກໍມີສຽງຮຽກຮ້ອງໃຫ້ລັດຖະບານແກ້ໄຂເລື່ອງຄ່ານໍ້າ, ຄ່າໄຟຟ້າ.

ຫຼ້າສຸດ, ອີງຕາມບົດຖະແຫຼງຂ່າວຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2020  ທີ່ຈັດຂຶ້ນໃນວັນທີ 23 ເມສາ 2020  ໃຫ້ຮູ້ວ່າ: ໃນກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນ ຕໍ່ບົດລາຍງານ ຄວາມຄືບໜ້າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ການກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ທັງຕິດພັນກັບ ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ບົດລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັນຂະ ຫຍາຍນະໂຍບາຍ, ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງລາວ; ມາດຕະການໃນຕໍ່ໜ້າ ເພື່ອຮັບມືການລະບາດຂອງພະຍາດ.

ຜ່ານການພິຈາລະນາ ແລະ ປະກອບຄຳເຫັນ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຄະນະສະເພາະກິດ ທັງ 2 ຄະນະ, ບັນດາຂະແໜງການທີ່ກ່ຽວຂ້ອງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈ ໃສ່ ແລະ ສຸມທຸກກຳລັງ ເຂົ້າໃນການຈັດຕັ້ງປະຕິບັດຄຳສັ່ງ ຢ່າງເຂັ້ມຂຸ້ນ ແລະ ມີປະສິດທິຜົນດີ, ທຸກພາກສ່ວນໃນສັງຄົມ ໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບ ຕາມພາລະບົດບາດຂອງຕົນເອງ, ສ້າງໄດ້ຂະບວນການທີ່ເປັນຮູບປະທໍາຢ່າງແທ້ຈິງ ຈຶ່ງສາມາດຄວບຄຸມການລະບາດ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມອີກ ຊຶ່ງເປັນມື້ທີ 11 ຕິດຕໍ່ກັນ.

ແນວໃດກໍ່ຕາມ ໂດຍອີງໃສ່ການລາຍງານ ຂອງຄະນະສະເພາະກິດທັງສອງຄະນະ ແລະ ການປະກອບຄຳເຫັນ ຂອງສະມາຊິກລັດຖະບານ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ເນັ້ນຕື່ມບາງບັນຫາ ເຊິ່ງບົດຂຽນນີ້ ແອັດມິນຈະຍົກມາໃຫ້ທ່ານຜູ້ອ່ານໄດ້ຮູ້ນໍາພຽງປະເດັນຂອງນະໂຍບາຍຂໍຫຼຸດອັດຕາອາກອນມູນຄ່າເພີ່ມ ໄຟຟ້າ ແລະ ນໍ້າປະປາ ເທົ່ານັ້ນ, ເຊິ່ງມີເນື້ອໃນລະບຸວ່າ: ສຳລັບການສະເໜີຂໍຫຼຸດອັດຕາອາກອນມູນຄ່າເພີ່ມ ໄຟຟ້າ ແລະ ນໍ້າປະປາ ນັ້ນ ເນື່ອງຈາກຈະມີຜົນກະທົບຕໍ່ການເກັບລາຍຮັບຫຼາຍສົມຄວນ ຈຶ່ງເຫັນວ່າບໍ່ທັນຕົກລົງໄດ້ເທື່ອ, ໃຫ້ໄປຄົ້ນຄວ້ານະໂຍບາຍດ້ານອື່ນໆແທນ.