ຂ່າວດີ ມື້ທີ 11! 23 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຢ່າຖືເບົາ ໃຫ້ເຂັ້ມງວດປະຕິບັດຄໍາສັ່ງ 06/ນຍ ນໍາກັນ

94

ຂ່າວດີ 11 ມື້ລຽນຕິດ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງວັນທີ 22 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 67 ຄົນ ຜົນກວດລ້ວນເປັນລົບ ບໍ່ພົບເຊື້ອ ແຕ່ຢ່າຖືເບົາ ທຸກຄົນຕ້ອງສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ 06/ນຍ ຢ່າງເຂັ້ມງວດ.

ໃນວັນທີ 23 ເມສາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍຄະນະ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 22 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 67 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 05 ຄົນ, ກໍລະນີມີອາການສົງໄສ 11 ຄົນ ແລະ 51 ຄົນ ຈາກແຮງງານລາວທີ່ກັບມາແຕ່ໄທ (ມີອາການ 02 ຄົນ ແລະ ບໍ່ມີອາການ 49 ຄົນ), ໃນຈໍານວນ 67 ຄົນ ທີ່ມາກວດນັ້ນ ມີ ນະຄອນຫຼວງວຽງຈັນ 12 ຄົນ ແລະ ຕ່າງແຂວງ 55 ຄົນ, ເຊິ່ງຜົນກວດທັງ 67 ກໍລະນີ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 22 ເມສາ 2020 ບໍ່ມີກໍລະນີໃໝ່.

ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 22 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.528 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (11 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ສ່ວນຈໍານວນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ – 22 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 308 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 05 ຄົນ ເຊິ່ງຕິດຕາມຢູ່ ນະຄອນຫຼວງວຽງຈັນ, ທັງໝົດແມ່ນຕິດຕາມຢູ່ໂຮງໝໍ 103 ໂດຍສະເລ່ຍ ຍັງອີກ 2 ມື້ ຈຶ່ງຄົບກຳນົດຕິດຕາມ 14 ວັນ, ຖືວ່າຜູ້ສໍາພັດໃກ້ຊິດກັບຄົນເຈັບ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ.

ທ່ານ ກ່າວຕື່ມວ່າ: ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍນັ້ນ, ຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ມີ 1 ຄົນ ເປັນເພດຊາຍ, ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ, ອອກໂຮງໝໍວານນີ້ 2 ຄົນແມ່ນຄູ່ຜົວເມຍ. ສ່ວນຢູ່ໂຮງໝໍມິດຕະພາບ ມີ 14 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ. ດັ່ງນັ້ນ, ປັດຈຸບັນຍັງເຫຼືອມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍທັງໝົດ 15 ຄົນ.

ແນວໃດກໍ່ຕາມ ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງໄປເລື້ອຍໆ ເຮັດໃຫ້ພວກເຮົາສາມາດກັບມາດຳລົງຊີວິດຕາມປົກກະຕິໄດ້. ໃນຕໍ່ໜ້ານີ້ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ. ໂດຍສະເພາະ ແມ່ນການຈໍາກັດຕົນເອງຢູ່ເຮືອນ, ການປະຕິບັດໄລຍະຫ່າງ, ຫຼີກເວັ້ນການຊຸມແຊວ, ໝັ່ນລ້າງມືເວລາຈັບບາຍສິ່ງຂອງ ຫຼື ໃຊ້ເຈວລ້າງມື ແລະ ໃສ່ຜ້າອັດປາກດັງເວລາຈຳເປັນອອກໄປຂ້າງນອກ.