ແຂວງອັດຕະປື ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ – 19 ຢ່າງເຂັ້ມງວດ

134

ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ແລະ ຄຳສັ່ງເພີ່ມຕື່ມ ເລກທີ 09/ຈຂ.ອປ ໄລຍະທີ I ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ – 19 ຢູ່ແຂວງອັດຕະປື ຍັງສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ທ່ານ ອິນປັນ ອິນທິລາດ ຫົວໜ້າກອງເລຂາສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ – 19 ແຂວງອັດຕະປື ໄດ້ລາຍງານຜົນການຈັດຕັ້ງປະຕິບັດຜ່ານມາວ່າ: ນັບແຕ່ວັນທີ 13 ເມສາ 2020 ມາເຖິງປັດຈຸບັນນີ້ແຂວງອັດຕະປື ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະແມ່ນວຽກງານການກວດກັ່ນກອງຄົນເຂົ້າເມືອງຢູ່ດ່ານສາກົນ ແລະ ດ່ານລະຫວ່າງແຂວງຕໍ່ແຂວງ, ໄດ້ກວດກັ່ນກອງຄົນເຂົ້າເມືອງແຕ່ລະດ່ານ ມີດັ່ງນີ້:

ກວດກັ່ນກອງຄົນເຂົ້າ – ອອກດ່ານສາກົນພູເກືອ 11.066 ຄົນ, ດ່ານຫຼັກ 52 ເມືອງສາມັກຄີໄຊ ຂາເຂົ້າ 2.097 ຄົນ ແລະ ຂາອອກ 279 ຄົນ, ບ້ານພອນມະນີ ແລະ ບ້ານໄຊດອນໂຂງ ມີຄົນເຂົ້າ 488 ຄົນ ແລະ ອອກ 424 ຄົນ ເຊິ່ງຈຳນວນຄົນເຂົ້າ – ອອກທັງໝົດແມ່ນບໍ່ພົບກໍລະນີສົງໄສພະຍາດໂຄວິດ – 19.

ກວດກັ່ນກອງປົກກະຕິຢູ່ໂຮງໝໍແຂວງ ແລະ ໂຮງໝໍເມືອງທັງໝົດຈໍານວນ 6.666 ຄົນ, ມີກໍລະນີສົງໄສ 8 ຄົນ ແລະ ໄດ້ເກັບຕົວຢ່າງໄປກວດວິເຄາະແລ້ວແມ່ນບໍ່ພົບເຊື້ອທັງ 8 ຄົນ.

ແຂວງອັດຕະປື ມີສູນກັກບໍລິເວນທັງໝົດ 12 ຈຸດ ແລະ ມີຈຳນວນຄົນທັງໝົດ 239 ຄົນ ເຊິ່ງໄດ້ອະນຸຍາດໃຫ້ກັບເຮືອນທັງໝົດແລ້ວຫຼັງຢູ່ຄົບ 14 ວັນ, ສ່ວນການກັກບໍລິເວນຢູ່ເຮືອນຂອງຕົນມີ 206 ຄົນ ( ຢູ່ຄົບ 14 ວັນແລ້ວ 202 ຄົນ, ຍັງອີກ 4 ຄົນ ).

ທ່ານ ອິນປັນ ອິນທິລາດ ໃຫ້ຮູ້ຕື່ມອີກວ່າ: ຄະນະສະເພາະກິດຂັ້ນແຂວງອັດຕະປື ໄດ້ຫັນຄຳສັ່ງຂອງລັດຖະບານມາເປັນແຈ້ງການຂອງແຂວງ ເລກທີ 02/ຄສກ ເພື່ອຕໍ່ເວລາອອກໄປອີກ 14 ວັນ ກໍຄືຈົນເຖິງວັນທີ 3 ພຶດສະພາ 2020 ຂໍໃຫ້ທຸກຄົນເອົາໃຈໃສ່ສືບຕໍ່ປະຕິບັດຕາມແຈ້ງການ ແລະ ທຸກຄົນຕ້ອງອາໄສຢູ່ເຮືອນເພື່ອຮັກສາສຸຂະພາບ ແລະ ປ້ອງກັນການແຜ່ກະຈາຍຂອງເຊື້ອພະຍາດ.

ເນື້ອໃນ – ຮູບ: ສາຍນ້ຳ, ຂ່າວ: ສົມສະຫວິນ