ທັງ​ງາມ ແລະ ໃຈ​ດີ ລູກ​ນ້ຳ ທິດາ​ລັດ ແຈກເຂົ້າສານອາຫານແຫ້ງ ໃຫ້ກັບ 51 ຄົວເຮືອນທີ່​ໄດ້​ຮັບ​ຜົນ​ກະ​ທົບ

137

ອີກໜຶ່ງສາວງາມໃຈບຸນ ລູກນ້ຳ ທິດາລັດ ນາງສາວລາວ ປີ 2011 ທີ່ ສາວ ລູກນ້ຳໄດ້ໂພສພາບ ແລະຂໍ້ຄວາມທີ່ນ້ຳ ແລະ ຄອບຄົວໄປແຈກເຂົ້າສານອາຫານແຫ້ງໃຫ້ຄົນທີ່ຂາດເຂີນ ປະສົບໄພໂຄວິດ ວ່າ
ມື້ນີ້ (20 ເມສາ 2020) ນ້ຳ ແລະ ຄອບຄົວ ໄດ້ ແຈກເຂົ້າສານ ອາຫານແຫ້ງ ຈຳນວນ 51 ຊຸດ, ໃຫ້ກັບ 51 ຄົວເຮືອນ ມີ: ເຂົ້າຈຳນວນ 102ກິໂລ /ໄຂ່ 520ຫນ່ວຍ ແລະ ຫມີ່.

1 ຊຸດ ປະກອບມີ:ເຂົ້າສານ 2 ກິໂລ, ໄຂ່ 10 ຫນ່ວຍ ແລະ ຫມີ່ ຕາມພາບ

(ລົງໄປມອບໃຫ້ແຕ່ລະເຮືອນ ທີ່ຂາດເຂີນ ບໍ່ໄດ້ມີການຊຸມນຸມ ມອບໃຫ້ລະກາກັບ)
ສຸດທ້າຍ ສາວລູກນ້ຳໄດ້ເຊີນຊວນອີກວ່າ

ໃຜທີ່ສົນໃຈຢາກຮ່ວມໃນຊຸດຕໍ່ໄປສາມາດຮ່ວມໄດ້ເດີ້ ເຮົາຮັບບໍ່ວ່າຈະເປັນ ເຂົ້າ ໄຂ່ ຫມີ່ ຫລືອ ອາຫານຕ່າງໆ ແລ້ວທາງເຮົາຈະເປັນຄົນລົງໄປມອບໃຫ້ຮອດມື
ຫລືຮ່ວມເປັນປັດໃຈໄດ້ຕາມບັນຊີ

BCEL ເງິນກີບ
090120000094627001
Ms Thidalat vongsili

(ກະລຸນາຂຽນວ່າ ຮ່ວມຊື້ເຂົ້າສານອາຫານແຫ້ງ ແລ້ວແຄັບຮູບ ສົ່ງມາໃຫ້ນຳ)
ຂອບໃຈ ແມ່ ນ້າບ່າວ ນ້າສາວ
ເປັນນາງງາມສາຍບຸນກຸສົນແທ້ໆ ມີແບ່ງປັນໃຫ້ຄົນອື່ນມາຕະຫຼອດເລີຍສຳລັບສາວລູກນ້ຳ