ສະຫະລັດ ອາເມຣິກາ ເສຍຊີວິດປະຈຳວັນຈາກໂຄວິດ-19 ຫຼາຍກວ່າ 2 ພັນຄົນ

106

ສະຖິຕິຜູ້ເສຍຊີວິດປະຈຳວັນຈາກໂຄວິດ-19 ໃນອາເມຣິກາ ເພິ່ມຂຶ້ນຫຼາຍກວ່າ 2 ພັນຄົນ ຂະນະທີ່ ຜູ້ປ່ວຍສະສົມເພິ່ມຫຼາຍກວ່າ 6 ແສນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 14 ເມສາ ວ່າ ສູນຂໍ້ມູນເຊື້ອໂຄວິດ-19 ຈາກການຕິດເຊື້ອໄວຣັສໂຄວິດ-19 ຂອງມະຫາວິທະຍາໄລຈອນ ຮັອບກິນສ໌ ໃນລັດແມຣິແລນ ລາຍງານສະພາບການລະບາດດັ່ງກ່າວໃນສະຫະລັດ ວ່າ ມີການຢືນຢັນຜູ້ເສຍຊີວິດ 2.228 ຄົນ ຖືເປັນສະຖິຕິປະຈຳວັນສູງສຸດ ຈາກສະຖິຕິກ່ອນໜ້ານີ້ 2.108 ຄົນ ເມື່ອວັນທີ 10 ເມສາ ຜ່ານມາ ແລະ ເພິ່ມສະຖິຕິຜູ້ເສຍຊີວິດເປັນ 25.757 ຄົນ ເຊິ່ງຫຼາຍທີ່ສຸດໃນໂລກ.

ຂະນະດຽວກັນ, ມີການຢືນຢັນຜູ້ປ່ວຍໃໝ່ປະຈຳວັນອີກ 26.945 ຄົນ ເພິ່ມຈຳນວນສະສົມຢ່າງໜ້ອຍ 608.458 ຄົນ ໂດຍພື້ນທີ່ວິກິດທີ່ສຸດຍັງເປັນລັດນິວຢອກ ເຊິ່ງທ່ານແອນດຣູ ຄູໂອໂມ ເຈົ້າຄອງນະຄອນນິວຢອກ ກ່າວວ່າ ທ່ານຕ້ອງການທີ່ຈະເປີດເມືອງເພື່ອໃຫ້ເສດຖະກິດໄດ້ເດີນໜ້າໃຫ້ໄວທີ່ສຸດ. ຢ່າງໃດກໍ່ຕາມ, ທ່ານກໍ່ຄັດຄ້ານຖ້າຄຳສັ່ງໃດກໍ່ຕາມທີ່ເປັນຄວາມສ່ຽງເຮັດໃຫ້ພະຍາດກັບມາລະບາດອີກຄັ້ງ ແຕ່ປະທານາທິບໍດີໂດນັລ ທຣຳ ຢືນຢັນວ່າ ການຕັດສິນໃຈຜ່ອນຜັນມາດຕະການປິດເມືອງແມ່ນຂຶ້ນກັບການຕັດສິນໃຈຂອງທ່ານເທົ່ານັ້ນ.

ດ້ານທະນາຄານກາງສະຫະລັດ (Fed) ສາຂາເມືອງເຊັນຫຼຸຍ ໃນລັດມິສຊູຣີ ຄາດການຜົນກະທົບດ້ານເສດຖະກິດຈາກມາດຕະການປິດເມືອງຂອງແຕ່ລະລັດ ໃນໄລຍະວິກິດການໂຄວິດ-19. ດ້ວຍເຫດນີ້, ອາເມລິກາສູນເສຍລາຍໄດ້ຈາກການຜະລິດເຖິງ 25.000 ລ້ານໂດລາຕໍ່ມື້ (ປະມານ 2,3 ແສນຕື້ກີບ) ແລະ ຮຽກຮ້ອງໃຫ້ລັດຖະບານກາງຂະຫຍາຍຂອບເຂດການກວດພະຍາດດັ່ງກ່າວ ຄວບຄູ່ກັບຍຸດທະສາດການຟື້ນຟູເສດຖະກິດຢ່າງມີປະສິດທິພາບ ເພື່ອໃຫ້ກົນໄກທຸກພາກສ່ວນໃນປະເທດສາມາດກັບມາເດີນໜ້າເຮັດວຽກໄດ້ອີກຄັ້ງ.