ປະເທດຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ ເພີ່ມອີກ 1 ຄົນ ຍອດລວມເປັນ266 ຄົນ

182

ຕາມຂ່າວຈາກvov5ໃຫ້ຮູ້ວ່າ: ຫວຽດນາມ ກວດພົບຜູ້ຕິດເຊື້ອ ໂຄວິດ- 19 ເພີ່ມອີກ 1 ກໍລະນີ, ຄົນເຈັບດັ່ງກ່າວ ແມ່ນເພດຍິງ ອາຍຸ 36 ປີ ຢູ່ເມືອງ ເທືອງຕີນ ຮ່າໂນ້ຍ.


ຕາມກະຊວງສາທາລະນະສຸກຫວຽດນາມແລ້ວ ຮອດ 18 ໂມງຂອງວັນທີ 14 ເມສາ2020 ຫວຽດນາມ ກວດພົບຜູ້ຕິດເຊື້ອ ໂຄວິດ- 19 ເພີ່ມອີກ 1 ກໍລະນີ ເຮັດໃຫ້ຈຳນວນຜູ້ຕິດເຊື້ອໂຄວິດ -19 ຂຶ້ນເປັນ 266 ຄົນ, ໃນນັ້ນ ມີ 169 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.

ຄົນເຈັບດັ່ງກ່າວ ແມ່ນເພດຍິງ ອາຍຸ 36 ປີ ຢູ່ເມືອງ ເທືອງຕີນ ຮ່າໂນ້ຍ. ແຕ່ວັນທີ 8 – 10 ມີນາ ແມ່ຍິງຄົນນີ້ໄດ້ມາໂຮງໝໍ ແບກມາຍ. ປະຈຸບັນ ຄົນເຈັບທີ 266 ໄດ້ສົ່ງມາປິ່ນປົວຢູ່ ໂຮງໝໍພະຍາດເຂດຮ້ອນສູນກາງ ດົງແອງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ວ່າດ້ວຍການແຍກຫ່າງໃນສັງຄົມ ໄລຍະປັດຈຸບັນ ເຊິ່ງແມ່ນສິ່ງສໍາຄັນທີ່ສຸດ.

ທ່ານກ່າວວ່າ:“ພວກເຮົາປະຕິບັດການແຍກຫ່າງໃນສັງຄົມໃນໄລຍະສັ້ນ ບໍ່ແມ່ນຕ້ອງປະຕິບັດໃນໄລຍະຍາວ. ພວກເຮົາມີເປົ້າໝາຍຄູ່ແຕ່ໃຫ້ບຸລິມະສິດແກ່ການຮັກສາສຸຂະພາບຂອງປະຊາຊົນ. ຍ້ອນເຫດນີ້ເອງ ເລື່ອງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ໃນໄລຍະນີ້ແມ່ນສໍາຄັນທີ່ສຸດ. ຮອດວັນທີ 15 ເມສາ, ຈະພິຈາລະນາຢ່າງລະອຽດ ເພື່ອຈະມີຂໍ້ຕົກລົງແກ້ໄຂໂດຍພື້ນຖານ. ດັ່ງນັ້ນ, ການແຍກຫ່າງ, ໃສ່ຜ້າອັດປາກ ຕ້ອງສືບຕໍ່ປະຕິບັດ ເປັນຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່ ແລະ ບ່ອນເກີດໂລກລະບາດ”.