ເກົາຫຼີໃຕ້ ເຕືອນປະຊາຊົນຕ້ອງມີສະຕິກຽມພ້ອມຮັບມືພະຍາດລະບາດ

125

ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກເກົາຫຼີໃຕ້ ຮຽກຮ້ອງໃຫ້ປະຊາຊົນມີສະຕິເຝົ້າລະວັງຢູ່ສະເໝີ ເຖິງວ່າການລະບາດຂອງພະຍາດໂຄວິດ-19 ຈະຫຼຸດລົງ ແຕ່ການກັບມາລະບາດອີກຄັ້ງຢ່າງວ່ອງໄວເກີດຂຶ້ນຕະຫຼອດເວລາ ເມື່ອພິຈາລະນາຈາກການຕິດເຊື້ອເພິ່ມໃໝ່ຍັງມີຢູ່.

ສຳນັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນຈັນ ທີ 13 ເມສາ ວ່າ ທ່ານຄິມ ກັງ-ລິບ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກເກົາຫຼີໃຕ້ ເປີດເຜີຍໃນກອງປະຊຸມຄະນະລັດຖະບານ ເພື່ອປຶກສາຫາລືກ່ຽວກັບການປັບປ່ຽນມາດຕະການຂອງລັດ ເພື່ອຢຸດຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາຫຼາຍອາທິດ ໂດຍໃຊ້ມາດຕະການຮັກສາໄລຍະຫ່າງທາງສັງຄົມ ເພື່ອໃຫ້ເປັນແນວທາງປະຕິຊັດຢ່າງຊັດແຈ້ງ ເຊິ່ງນາຍົກລັດຖະມົນຕີຊຸງ ເຍ-ຍຸນ ຂອງເກົາຫຼີໃຕ້ ກ່າວວ່າ ຈະອະນຸຍາດໃຫ້ປະຊາຊົນດຳເນີນກິດຈະກຳທາງສັງຄົນ ແລະ ເສດຖະກິດໄດ້ໃນຫຼາຍລະດັບດ້ວຍກັນ.

ແຕ່ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກເກົາຫຼີໃຕ້ ກ່າວເຖິງແນວທາງປະຕິບັດໃໝ່ ເຊິ່ງຈະປະກາດບັງຄັບໃຊ້ໃຫ້ໄວທີ່ສຸດໃນອາທິດນີ້ນັ້ນ ເຊິ່ງບໍ່ໄດ້ໝາຍຄວາມວ່າມາດຕະການຮັກສາໄລຍະຫ່າງທາງສັງຄົມຈະສິ້ນສຸດລົງ ແຕ່ຄຳສັ່ງຜ່ອນຜັນນັ້ນຈະບໍ່ສາມາດຖອນຄືນໄດ້ ຖ້າຍັງມີກໍລະນີການແຜ່ເຊື້ອເກີດຂຶ້ນຮອບໃໝ່.

ເມື່ອວັນຈັນ ທີ 13 ເມສາ ເກົາຫຼີໃຕ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມໃໝ່ 25 ຄົນ ເຊິ່ງເປັນການກວດພົບການຕິດເຊື້ອ 12 ວັນຕິດຕໍ່ກັນແລ້ວ ລວມແລ້ວເພິ່ມຂຶ້ນກວ່າ 100 ຄົນ. ໂດຍຜູ້ຕິດເຊື້ອຍັງຢູ່ໃນພື້ນທີ່ວິກິດຂອງເມືອງແທກູ.

ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ກ່າວຕື່ມອີກວ່າ ເກົາຫຼີໃຕ້ຕ້ອງໄດ້ຕິດຕາມເຝົ້າລະວັງ ຜົນກະທົບຈາກໄລຍະສຸດທ້າຍຂອງເທສະການອິສເຕີ ແລະ ການເລືອກຕັ້ງສະມາຊິກສະພາ ເມື່ອວັນພຸດ ຜ່ານມາ ລວມທັງຄວາມວິຕົກກັງວົນວ່າ ອາດຈະເກີດການຕິດເຊື້ອໃນສະຖານທີ່ສັນທະນາການ ແລະ ບ່ອນຊຸມຊົນ ເຊັ່ນໃນສວນສາທາລະນະ ແລະ ລະບົບຂົນສົ່ງສາທາລະນະ ເຊິ່ງອາດຈະມີການອ່ອນຜັນມາດຕະການໄລຍະຫ່າງທາງສັງຄົມ.