ມຽນມາ ຂະຫຍາຍໄລຍະໂຈະຖ້ຽວບິນສາກົນລົງຈອດຈົນໝົດເດືອນເມສານີ້

80

ທ່ານນາງອອງ ຊານ ຊູຈີ ຂະຫຍາຍໄລຍະຫ້າມຖ້ຽວບິນສາກົນລົງຈອດໃນມຽນມາ ຈົນເຖິງວັນທີ 30 ເມສາ ແລະ ເພິ່ມໄລຍະການກັກຕົວຜູ້ທີ່ເດີນທາງມາຈາກຕ່າງປະເທດຈາກ 14 ວັນ ເປັນ 21 ວັນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ເມື່ອວັນຈັນ ທີ 13 ເມສາ ວ່າ ກະຊວງສາທາລະນະສຸກມຽນມາ ອອກຖະແຫຼງການ ເມື່ອວັນຈັນ ລາຍງານສະພາບການຂອງໂຄວິດ-19 ວ່າ ຜູ້ປ່ວຍ 41 ຄົນ ນັບແຕ່ມີການກວດພົນຜູ້ຕິດເຊື້ອ 2 ຄົນທຳອິດ ເມື່ອວັນທີ 23 ມີນາ ຜ່ານມາ ໂດຍປິ່ນປົວເຊົາແລ້ວ 2 ຄົນ ແຕ່ວ່າມີຜູ້ເສຍຊີວິດເພິ່ມເປັນ 4 ຄົນ. ຫຼ້າສຸດແມ່ນຜູ້ປ່ວຍຄົນທີ 39 ແມ່ຍິງຄົນມຽນມາ ອາຍຸ 85 ປີ ເສຍຊີວິດຢູ່ໂຮງໝໍກາງຂອງເມືອງຢາງກຸ່ງ ເມື່ອວັນອາທິດ ທີ 12 ເມສາ ຜ່ານມາ.

ທ່ານນາງອອງ ຊານ ຊູຈີ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ມີຄຳສັ່ງໃຫ້ຂະຫຍາຍໄລຍະການໂຈະຖ້ຽວບິນສາກົນລົງຈອດ ເຊິ່ງໄດ້ເລິ່ມບັງຄັບໃຊ້ມາຕັ້ງແຕ່ວັນທີ 30 ມີນາ ຜ່ານມາ ໃຫ້ສິ້ນສຸດໃນວັນທີ 30 ເມສາ ນີ້ ໂດຍຂະຫຍາຍຈາກກຳນົດເກົ່າທີ່ຈະສິ້ນສຸດລົງໃນວັນທີ 13 ເມສາ ແລະ ໄດ້ຂະຫຍາຍໄລຍະການກັກຕົວການເຝົ້າລະວັງເຊື້ອພະຍາດຈາກ 14 ວັນ ເປັນ 21 ວັນ.

ທັງນີ້, ສະພາແຫ່ງລັດ ແລະ ກະຊວງສາທາລະນະສຸກມຽນມາ ໄດ້ໃຫ້ເຫດຜົນກ່ຽວກັບການປ່ຽນແປງດັ່ງກ່າວກົງກັນ ວ່າ ເພື່ອສອດຄ່ອງກັບນະໂຍບາຍການຄວບຄຸມພະຍາດຂອງລັດຖະບານປະເທດໄທ ເຊິ່ງໄດ້ປະກາດພາວະສຸກເສີນຈົນເຖິງວັນທີ 30 ເມສາ ນີ້. ຂະນະທີ່ ຫຼາຍຈັງຫວັດຂອງປະເທດໄທໄດ້ປະກາດການປິດເມືອງຕົນເອງ ເຊັ່ນ: ຈັງຫວັດພູເກັດເປັນຕົ້ນ. ສະນັ້ນ, ຈຶ່ງມີຄວາມເປັນໄປໄດ້ສູງວ່າ ຈະມີຊາວມຽນມາໃນປະເທດໄທມີຄວາມປະສົງຈະເດີນທາງກັບຖິ່ນຖານ ລໍຖ້າເດີນທາງຫຼັງຈາກນັ້ນ.