ທຸລະກິດຮ້ານອາຫານຍີ່ປຸ່ນລົ້ມລະລາຍຈາກວິກິດພະຍາດລະບາດ

101

ການລະບາດຂອງໂຄວິດ-19ທີ່ກໍາລັງທໍາລາຍຍີ່ປຸ່ນໃນຂະນະນີ້ກໍາລັງເຮັດໃຫ້ທຸລະກິດຮ້ານອາຫານພາກັນປິດກິດຈະການເນື່ອງຈາກລົ້ມລະລາຍທຸກຖ້ວນໜ້າ.

ພະຍາດລະບາດຄຽງຄູ່ກັບມາດຕະການຮັກສາໄລຍະຫ່າງທາງສັງຄົມທີ່ທາງການຍີ່ປຸ່ນປະກາດໃຊ້ເຮັດໃຫ້ທຸລະກິດຮ້ານອາຫານຫຼືຮ້ານກິນດື່ມເກືອບທຸກແຫ່ງບໍ່ເວັ້ນແມ້ແຕ່ເຂດທຸລະກິດຊື່ດັງທີ່ຄົນທົ່ວໂລກຮູ້ຈັກກັນດີເຊັ່ນ ກິນຊາພາກັນປິດກິດຈະການເນື່ອງຈາກລົ້ມລະລາຍເພາະໝົດທຶນ.

ທ່ານ ໂທໂມຍູກິ ອຸຕະສຸໂນະ ຜູ້ອໍານວຍການສະມາຄົມທຸລະກິດເຄື່ອງດື່ມ ແລະ ອາຫານແຫ່ງໂຕກຽວກຸ່ມທຸລະກິດທີ່ມີສະມາຊິກເປັນຮ້ານອາຫານ ແລະ ຮ້ານກິນດື່ມຈໍານວນເກືອບ8.000ແຫ່ງກ່າວວ່າ:ໃນໄລຍະນີ້ມີເຈົ້າຂອງຮ້ານອາຫານ ແລະ ຮ້ານກິນດື່ມມາຂໍຄວາມຊ່ວຍເຫຼືອຢູ່ເປັນປະຈໍາ,ສ່ວນໃຫຍ່ມາຂໍຢືມເງິນ ແລະ ອັດຕາສ່ວນຂອງເຈົ້າຂອງກິດຈະການທີ່ມາຢືມເງິນເພີ່ມຂຶ້ນເຖິງ10ເທົ່າ.

ເມື່ອ2-3ເດືອນກ່ອນ,ເຈົ້າຂອງກິດຈະການທັງຫຼາຍທີ່ຕ້ອງການເງິນກູ້ຢືມສ່ວນໃຫຍ່ຕ້ອງການນໍາເງິນໄປປັບປຸງຮ້ານ,ຂະຫຍາຍທຸລະກິດໃໝ່ໆ ແລະ ຂະຫຍາຍສາຂາຂອງຮ້ານອາຫານ.ແຕ່ຕອນນີ້ກໍາລັງປະເຊີນກັບສະຖານະການຮ້າຍແຮງທີ່ເປັນຕາຍເທົ່າກັນໂດຍສາເຫດໃນການຂໍຢືມເງິນຈຶ່ງປ່ຽນໄປ,ຄວາມກັງວົນຂອງເຈົ້າຂອງກິດຈະການເຫຼົ່ານີ້ສູງຫຼາຍເນື່ອງຈາກຮູ້ສຶກວ່າອະນາຄົດເປັນເລື່ອງບໍ່ແນ່ນອນຈາກຜົນກະທົບຂອງໂຄວິດ-19.