ໄຊຍະບູລີແຕ່ງຕັ້ງໃໝ່ ສອງຕຳແໜ່ງສຳຄັນໃນການຈັດຕັ້ງເມືອງ

208

ໃນຕອນບ່າຍວັນທີ 9 ເມສາ 2020 ນີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ຫົວໜ້າຫ້ອງວ່າການເມືອງ ແລະ ຫົວໜ້າຫ້ອງການ-ການເງິນເມືອງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຂື້ນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ບຸນແທນ ທິແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ, ມີຮອງເລຂາພັກເມືອງພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງໄຊຍະບູລີໄດ້ຂື້ນຜ່ານມະຕິຕົກລົງສະບັບເລກທີ173, 174/ຄພມ.ຊຍ ລົງວັນທີ 8 ເມສາ 2020 ວ່າດ້ວຍການບົ່ງບົວແຕ່ງຕັ້ງເລຂາໜ່ວຍພັກຫ້ອງວ່າການເມືອງ, ເລຂາໜ່ວຍພັກຫ້ອງການ-ການເງີນເມືອງ ຄະນະປະຈຳພັກເມືອງໄຊຍະບູລີຕົກລົງແຕ່ງຕັ້ງສະຫາຍ ສົມເດັດ ວົງພູທອນເປັນເລຂາໜ່ວຍພັກຫ້ອງວ່າການເມືອງ, ສະຫາຍ ວືຊົ່ງ ເຊຍລີ ເປັນເລຂາໜ່ວຍພັກຫ້ອງການ-ການເງິນເມືອງ ພ້ອມທັງເປັນວ່າການຫົວໜ້າຫ້ອງການ-ການເງິນເມືອງ.

ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ຫົວໜ້າຫ້ອງການເງິນເມືອງ(ຜູ້ເກົ່າ) ກໍ່ໄດ້ຂື້ນຜ່ານບົດບັນທືກການມອບ-ຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ວ່າ: ຫ້ອງການ-ການເງິນມີພະນັກງານລັດຖະກອນທັງໝົດ 36 ຄົນ, ຍິງ 20 ຄົນ, ພະນັກງານສົມບູນ 28 ຄົນ, ຍິງ 11 ຄົນ, ອາສາສະໝັກ 8 ຄົນ, ຍິງ 3 ຄົນ, ປະກອບມີ 3 ໜ່ວຍງານ 2 ສາຍຕັ້ງ ທີ່ຂື້ນກັບຄື: ໜ່ວຍງານຈັດຕັ້ງ ແລະ ບໍລິຫານ, ໜ່ວຍງານ ງົບປະມານແຫ່ງລັດ, ໜ່ວຍງານຄຸ້ມຄອງຊັບສີນຂອງລັດ, ສ່ວຍສາອາກອນປະຈຳເມືອງ, ຄັງເງີນແຫ່ງຊາດປະຈຳເມືອງ.

ໄລຍະຜ່ານມາຫ້ອງການເງີນເມືອງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາກົກໂດຍນຳເອົາແນວທາງນະໂຍບາຍມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດເຊື່ອມຊືມໃຫ້ສະມາຊີກພັກ, ພະນັກງານລັດຖະກອນເປັນປົກກະຕິເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽງ, ທຸ່ນທ່ຽງ ແລະ ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຂອງຕົນສະແດງອອກຄື: ການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະ 6 ປີຜ່ານມາ ສາມາດປະຕິບັດໄດ້ຕາມແຜນ ແລະ ບາງປີກໍ່ລື່ນແຜນການ, ສາມາດແກ້ໄຂລາຍຈ່າຍງົບປະມານໃນແຕ່ລະປີຕາມຕົວເລກຮັບຮອງຂອງສະພາ, ໄດ້ສຸມໃສ່ການເບີກຈ່າຍເງິນເດືອນ, ເງິນນະໂຍບາຍເປັນບັນຫາສຳຄັນ, ຫັນການຄຸ້ມຄອງລາຍຈ່າຍເຂົ້າສູ່ລະບຽບຫຼັກການ, ຈຳກັດການຈ່າຍເກີນແຜນ, ນອກແຜນຢ່າງເຂັ້ມງວດ.

ສຳລັບປີ 2020 ເມືອງ ໄຊຍະບູລີໄດ້ຮັບແຜນອານຸມັດງົບປະມານໂດຍຜ່ານສະພາ ປະຊາຊົນແຂວງ ແລະ ຕາມແຈ້ງແຜນຕົວເລກຂອງພະແນກການເງີນແຂວງເຊີ່ງລວມແຜນທັງໝົດ 5.957 ລ້ານກວ່າກີບ, ເຊີ່ງ 3 ເດືອນຜ່ານມາສາມາດຈັດເກັບລາຍຮັບໄດ້ 1.199 ລ້ານກວ່າກີບເທົ່າກັບ 20,13%ຂອງແຜນການປີ, ດ້ານລາຍຈ່າຍປະຕິບັດໄດ້ 674 ລ້ານກວ່າກີບເທົ່າກັບ 21,98% ຂອງແຜນການປີ.

ໃນພິທີດຽວກັນທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ຫົວໜ້າຫ້ອງວ່າການເມືອງ(ຜູ້ເກົ່າ)ກໍ່ໄດ້ຂື້ນຜ່ານບົດບັນທຶກການມອບຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຫ້ອງວ່າການປະກອບມີ 4 ໜ່ວຍງານ,  ລວມມີພະນັກງານທັງໝົດ 29 ຄົນ, ຍິງ 10 ຄົນ, ໃນນີ້: ພະນັກງານ-ລັດຖະກອນ 20 ຄົນ, ຍິງ 6 ຄົນປະກອບມີ 4 ໜ່ວຍງານຄື: ໜ່ວຍງານຄົ້ນຄວ້າ-ສັງລວມ, ໜ່ວຍງານບໍລິຫານ, ໜ່ວຍງານຈັດຕັ້ງ,ກວດກາ ແລະ ໜ່ວຍງານກໍ່ສ້າງຮາກຖານການເມືອງ.

ພ້ອມນີ້ໃນພີທີກໍ່ໄດ້ມີການເຊັນບົດບັນທືກການມອບຮັບໜ້າທີ່ລະຫວ່າງ ທ່ານ ສອນສະຫວັນ ຈັນທະວົງ, ຫົວໜ້າຫ້ອງການການເງີນເມືອງ(ຜູ້ເກົ່າ)  ແລະ   ທ່ານ ວືຊົງ ເຊຍລີ ວ່າການຫົວໜ້າຫ້ອງການການເງີນເມືອງ(ຜູ້ໃໝ່), ເຊັນບົດບັນທຶກມອບຮັບໜ້າທີ່ຫົວໜ້າຫ້ອງວ່າການເມືອງ ລະຫວ່າງທ່ານ ນາງພິລາວັນ ອົງແກ້ວ ຫົວໜ້າຫ້ອງວ່າການເມືອງ(ຜູ້ເກົ່າ) ແລະ ທ່ານ ສົມເດັດ ວົງພູທອນ ຫົວໜ້າຫ້ອງວ່າການເມືອງ (ຜູ້ໃໝ່)ໂດຍມີທ່ານ ບຸນແທນ ທິແກ້ວ ເຈົ້າເມືອງ ໄຊຍະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂດຍ: ສົມພົງ ສີສະຫັວດ