ລັດສະໝີຊີ້ນດາດ ຈັດໂປຣສົ່ງເຖິງທີ່ ໄລຍະກັກຕົວປ້ອງກັນ ໂຄວິດ-19

177

ເພື່ອປ້ອງກັນ ໂຄວິດ-19 ຮ້ານອາຫານລັດສະໝີຊີ້ນດາດຈານໃຫຍ່ ຫັນຈາກການບໍລິການຢູ່ກັບຮ້ານ ເປັນການສັ່ງຊື້ ແລະ ໃຫ້ບໍລິການສົ່ງເຖິງເຮືອນ ເພື່ອສ້າງຄວາມສະດວກໃຫ້ລູກຄ້າ ທັງເປັນການປ້ອງກັນການແຜ່ລະບາດຂອງພະ ຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະ ປະຕິບັດແຈ້ງການຂອງຂອງພັກ-ລັດ ຢ່າງເຂັ້ມງວດ.

ທ່ານ ຄໍາແພງ ເພົ້າບົວວົງ ເຈົ້າຂອງຮ້ານອາຫານລັດສະໝີຊີ້ນດາດຈານໃຫຍ່ ປະທານກຸ່ມຮ້ານອາ ຫານນະຄອນຫຼວງ-ເບຍລາວ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຮ້ານອາຫານລັດສະໝີຊີ້ນດາດຈານໃຫຍ່ ເລີ່ມເປີດບໍລິການແຕ່ປີ 2002 ເປັນຕົ້ນມາ ເຊິ່ງເມື່ອກ່ອນເປັນຮ້ານຄາຣາໂອເກະແຟນຕາຊີ ຮອດປີ 2005 ໄດ້ປ່ຽນເປັນຮ້ານຊີ້ນຈຸ່ມໝໍ້ດິນ ປີ 2007 ໄດ້ປ່ຽນເປັນຮ້ານຊີ້ນດາດ-ຊີ້ນຈຸ່ມ ແລະ ໄດ້ພັດທະນາເປັນຮ້ານອາຫານລັດສະໝີຊີ້ນດາດຈານໃຫຍ່.

ທ່ານຄຳແພງກ່າວວ່າ: ແຕ່ປີ 2011 ເປັນຕົ້ນມາ ໃນໄລຍະທີ່ຍັງບໍ່ເກີດ ໂຄວິດ-19 ຮ້ານອາຫານພວກເຮົາກໍໄດ້ຮັບຜົນກະທົບຫຼາຍຢ່າງ ເປັນຕົ້ນອັດຕາເງິນເຟີ້ ເນື່ອງຈາກວັດຖຸດິບສ່ວນຫຼາຍແມ່ນນໍາເຂົ້າຈາກຕ່າງປະເທດ ມີການແຂ່ງຂັນຈາກນັກທຸລະກິດຕ່າງປະເທດ ແຕ່ຍັງສາມາດ ດໍາເນີນທຸລະກິດໄດ້ດີ ພາຍຫຼັງ ໂຄວິດ-19 ລະບາດຢູ່ປະເທດຈີນ ກໍບໍ່ສົ່ງຜົນກະທົບແຮງ ແຕ່ມາຮອດເດືອນມັງກອນ 2020 ເປັນຕົ້ນມາ ຜົນກະທົບເລີ່ມໜັກຂຶ້ນເລື້ອຍໆ ສະແດງອອກລູກຄ້າຫຼຸດລົງຈາກ 100% ເປັນ 70% 50% 20%.

ມາຮອດຕົ້ນເດືອນກຸມພາ ຍິ່ງມີຜົນກະທົບແຮງ ເຖິງວ່າມີມາດຕະການປ້ອງກັນ ເປັນຕົ້ນອະນາໄມ-ສີດຢາຂ້າເຊື່ອພາຍໃນຮ້ານ ຈັດຊື້ເຈວລ້າງມື ເຄື່ອງວັດແທກອຸນ ຫະພູມ ຜ້າອັດປາກ ຖົງມື ແລະ ກວດເຊັກສຸຂະພາບພະນັກງານ ເຮັດໃຫ້ມີລາຍຈ່າຍເພີ່ມ ຈຶ່ງຈໍາເປັນຕ້ອງປິດການບໍລິການຊົ່ວຄາວ ແລະ ຫັນມາບໍລິການແບບລູກຄ້າສັ່ງຊື້ ແຕ່ມາຮັບເອົາຢູ່ຮ້ານ ຫຼື ໃຫ້ພະນັກ ງານໄປສົ່ງເຖິງເຮືອນ ໂດຍໄລຍະຜ່ານມາພວກເຮົາກໍໄດ້ປະຕິບັດມາແລ້ວ 1 ປີ ເມື່ອມີການລະບາດຂອງ ໂຄວິດ-19 ພວກເຮົາກໍຈະເລັ່ງໃສ່ການບໍລິການດ້ານນີ້ຫຼາຍຂຶ້ນ ເພື່ອປະຄອງການດໍາເນີນທຸລະກິດ ແລະ ສ້າງລາຍຮັບໃຫ້ຄອບຄົວ ທັງເປັນການປ້ອງກັນຕົນເອງ ປ້ອງກັນລູກຄ້າ ແລະ ປະກອບສ່ວນຊ່ວຍພັກ-ລັດ ໃນການປ້ອງກັນການແຜ່ລະບາດຂອງໂຄວິດ-19.

ສໍາລັບລູກຄ້າທີ່ສົນໃຈສາມາດຕິດຕໍ່ໄດ້ທີ່ເບີໂທລະສັບ 020 54335355 ຫຼື ຕິດຕາມທາງ Facebook ຂອງຮ້ານ ເຊິ່ງເປີດບໍລິການແຕ່ 9:00-22:00 ໂມງ ພິເສດຖ້າລູກໂທສັ່ງ ແລ້ວມາເອົາຢູ່ຮ້ານຈະໄດ້ຮັບສ່ວນຫຼຸດທັນທີ 10%. ໂດຍ:ອ້ວນດຳ ໃຫ້ ບກ ພິຈາລະນາອັບລົງເພຈ໌ ເສດຖະກິດ ໄດ້ຫຼືບໍ ສ່ວນຂ້າພະເຈົ້າຈະອັບລົງທັນຂ່າວ 13:00 ໂມງ