8 ເມສາ! ພົບຜູ້ຕິດເຊື້ອໂຄວິດ-19 ອີກ 1ຄົນ ເປັນນັກສຶກສາລາວກັບຈາກອັງກິດ, ບີບຍອດລວມຂຶ້ນເປັນ 15ກໍລະນີແລ້ວ

163

ອັບເດດຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ປະຈໍາວັນທີ 8 ເມສາ 2020, ສາທາຖະແຫຼງພົບເພີ່ມອີກ 1ຄົນ ເປັນເພດຍິງ ອາຍຸ 20ປີ ເປັນນັກສຶກສາລາວທີ່ຮຽນຢູ່ປະເທດອັງກິດ. ຜູ້ກ່ຽວ ໄດ້ນັ່ງມາຖ້ຽວບິນດຽວກັນກັບຜູ້ຕິດເຊື້ອ ໂຄວິດ-19 ກໍລະນີທີ່ຢັ້ງຢືນ 11 ສັນຊາດປາປົວນິວກີນີ ແລະ ກໍລະນີຢັ້ງຢືນ 12 ຈາກສະໜາມບິນສຸວັນນະພູມ ມາສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ, ເຮັດໃຫ້ມາຮອດປັດຈຸບັນຍອດຜູ້ຕິດເຊື້ອມີ 15 ກໍລະນີ(ນັກສຶກສາລາວເດີນທາງກັບຈາກອັງກິດ3ຄົນ).

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ – 19 ໄດ້ຖະແຫຼງຂ່າວປະຈຳວັນທີ 8 ເມສາ 2020 ທີ່ກະຊວງສາທາລະນະສຸກ ໂດຍມີ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ພ້ອມຄະນະເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ໃນວັນທີ 7 ເມສາ 2020  ພວກເຮົາໄດ້ເກັບຕົວຢ່າງກວດຫາເຊື້ອກໍລະນີສົງໄສທັງໝົດ 36 ກໍລະນີ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 28 ກໍລະນີ ແລະ ຕ່າງແຂວງ 8 ກໍລະນີ. ຜ່ານຜົນກວດພົບຜູ້ຕິດເຊື້ອເພີ່ມ 1 ຄົນ ເປັນເພດຍິງ, ອາຍຸ 20 ປີ, ສັນຊາດລາວ ເປັນນັກສຶກສາລາວຮຽນຢູ່ປະເທດອັງກິດ .  ປັດຈຸບັນຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ມາຮອດວັນທີ 8 ເມສາ 2020 ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມທັງໝົດ 15 ຄົນ, ໃນນັ້ນ: ຢູ່ແຂວງຫຼວງພະບາງ 3 ຄົນ, ຢູ່ນະຄອນຫຼວງວຽງຈັນ 12 ຄົນ ເຊິ່ງເປັນຊາວຕ່າງປະເທດ (ປະເທດປາປົວນີວກິນີ) ທີ່ເຮັດວຽກຢູ່ລາວ 1 ຄົນ.

ປະຫວັດການເດີນທາງຜູ້ຕິດເຊື້ອຄົນທີ 15 ເພດຍິງ ອາຍຸ 20 ປີ
-ວັນທີ 22 ມີນາ 2020 ເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ມາຮອດ ສະໜາມບິນສຸວັນນະພູມ ປະເທດໄທ, ເບີຕັ່ງເລກທີ 68C
-ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ປະເທດໄທ ມາ ສະໜາມບິນວັດໄຕ ດ້ວຍຖ້ຽວບິນ TG 574, ເລກຕັ່ງນັ່ງ 49A; ຜູ້ກ່ຽວ ໄດ້ນັ່ງມາຖ້ຽວບິນດຽວກັນກັບກໍລະນີຢັ້ງຢືນການຕິດເຊື້ອ ໂຄວິດ-19 ກໍລະນີທີ່ຢັ້ງຢືນ 11 ສັນຊາດປາປົວນິວກີນີ ແລະ ກໍລະນີຢັ້ງຢືນ 12. ທີ່ສະໜາມບິນສະໜາມບິນວັດໄຕ, ນ້າສາວຂອງກໍລະນີຢັ້ງຢືນ 12 ໄດ້ມາຮັບຢູ່ສະໜາມບິນວັດໄຕ ແລ້ວເດີນທາງໄປສວນ ເພື່ອຈຳກັດບໍລິເວນຕົນເອງ


-ວັນທີ 24 ມີນາ 2020 – ວັນທີ 4 ເມສາ 2020 ໄດ້ຈໍາກັດ ບໍລິເວນ ຢູ່ເຮືອນສວນ ກັບ ກໍລະນີຢັ້ງຢືນ 12
-ວັນທີ 05 ເມສາ 2020 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ, ຜູ້ກ່ຽວໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບໂຄວິດ-19 ກໍໄດ້ກັບຄືນໄປຢູ່ບ້ານສວນ ກັບ ນ້າສາວຂອງກໍລະນີທີ 12,
-ວັນທີ 6 ເມສາ 2020 ຍັງມີອາການເຈັບແໜ້ນໜ້າເອິກ ແລະ ຫາຍໃຈຍາກ, ໄດ້ແທກອຸ່ນຫະພູມ 37 ອົງສາເຊ


-ວັນທີ 07 ເມສາ 2020 ໄດ້ມາກວດຄືນ ພົບເຊື້ອ ໂຄວິດ-19 ຮັບເຂົ້ານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ,
-ຜູ້ສຳຜັດໃກ້ຊິດກໍລະນີທີ 15 ມີ 5 ຄົນ